ສະພາແຫ່ງຊາດປຶກສາຫາລືສະພາບເສດຖະກິດ,ສັງຄົມ

ສະພາແຫ່ງຊາດປຶກສາຫາລືສະພາບເສດຖະກິດ,ສັງຄົມ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/07, ສະ​ພາ​ແຫ່ງ​ຊາດ​ໄດ້​ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ​ເພື່ອ​ຮັບ​ຟັງ​ບົດ​ລາຍ​ງານ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕີ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດໃນ 6 ເດືອນ​ຕົ້ນ​ປີ 2016, ບັນ​ດາມາດ​ຕະ​ການ​ແກ້​ໄຂ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມາ​ນ​​ແຫ່ງ​ລັດ 6 ເດືອນ​ທ້າຍ​ປີ 2016.

        ໃນ​ຕອນ​ເຊົ້າ​ວັນ​ທີ 29/07, ດ້ວຍ​ຄຳ​ເຫັນ​ດີ​ເຫັນ​ພ້ອມ​ເປັນ​ສ່ວນ​ຫຼາຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ລົງ​​ຄະ​ແນນ​ສຽງ​ຕິ​ຮັບ​ຮັບ​ຮອງ​ເອົາ​ມະ​ຕິໃຫ້​ສັດ​ຕະ​ຍາ​ຕໍ່ບົດສະ​ຫຼຸບ​ຂາດ​ຕົວ​ງົບ​ປະ​ມານແຫ່ງ​ລັດ​ປີ 2014. ລາຍ​ງານ​ສະ​ພາບ​ການ​ປະ​ຕິ​ບັດ​​ແຜ​ນການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​​ໃນ 6 ເດືອນ​ຕົ້ນ​ປີ 2016, ບັນ​ດາ​ມາດ​ຕະ​ການ​​ປະ​ຕິ​ບັດ​ແຜ​ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​​ລັດ​ໃນ 6 ເດືອ​ນ​ທ້າຍ​ປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ, ໃນ 6 ເດືອນ​ຕົ້ນ​ປີ, ລະ​ດັບເຕີບ​ໂຕ GDP ບັນ​ລຸ​ໄດ້ 5,52%, ຕ່ຳ​ກວ່າ​​ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແມ່ນ 0,8%.

        ປຶກ​ສາ​ຫາ​ລື​ທີ່​ຫໍ​ປະ​ຊຸມ, ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ບາງ​ທ່ານ ໄດ້​ສະ​ເໜີ​​ຄວນເຮັດ​ແຈ້ງ​ສະ​ພາບ, ຊີ້​ອອກ​ສາຍ​ເຫດ ແລະ ສະ​ເໜີ​ມາດ​ຕະ​ການ​ແກ້​ໄຂ ເພື່ອ​ອາດ​ສາ​ມາດ​ບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​​ເຕີບໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ