ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ2015

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ2015 - ảnh 1
ສ​ສ​ຊ ຫງວຽນ​ວັນ​ຕ໋​ວຽດ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ​ໂດຍ​ສ​ືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ ​ຂອງກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14, ໃນ​ວັນ​ທີ 26/10, ສະ​ພາ​ແຫ່ງ​ຊາດໄດ້​ໂຮມ​ວາ​ລະ​ປະ​ຊຸມຄົບ​ຄະ​ນະ ຢູ່​​ຫໍ​ປະ​ຊຸມ, ປຶກ​ສາ​ຫາ​ລື ກ່ຽ​ວ​ກັບຮ່າງ​ກົດ​ໝາຍປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ ຂອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ 2015. ຜ່ານ​ການ​ປຶກ​ສາ, ບັນ​ດາ​​ສະ​ພາ​ແຫ່ງ​ຊາດ ຖື​ວ່າ: ປະ​ມວນ​ກົດ​ໝາຍ​ອາ​ຍາ​ແມ່ນ​ກົດໝ​າຍ​ໃຫຍ່, ສຳ​ຄັນພິ​ເສດ. ດັ່ງ​ນັ້ນ, ຄວນ​ປັບ​ປຸງ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ຍັງ​ບໍ່ເໝາະ​ສົມ​ຢ່າງ​ເຖິງ​ຖອງ ແນ່​ໃສ່​ສ້າງ​ປະ​ມວນ​ກົດ​ໝາຍ ມີ​ລັກ​ສະ​ນະ​ຄວາມ​ເປັນ​ໄປ​ໄດ້​ສູງ, ຕິ​ດ​ພັນກັບ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ມີ​ລັກສະ​ນະໝັ້ນ​ຄົງ​ຍາວ​ນານ. ທີ່ກ​ອງ​ປະ​ຊຸມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຫຼາຍ​ທ່ານ​ ໄດ້​ປະ​ກອບ​ຄຳ​ເຫັນ​ປັບ​ປຸງ​ຂໍ້​ກຳ​ນົດ ​ກ່ຽວ​ກັບບຸກ​ຄົນ​ອາ​ຍຸຄົບ 14 ປີ ເຖິງ ຕ່ຳ​ກ່​ວາ 16 ປີ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທາງ​ອາ​ຍາ ກ່ຽວການ​ກະ​ທຳ​ຜິດ​ສະ​ຖານ​ຄະ​ຣຸ​ໂທດ ໂດຍ​ເຈດ​ຕະ​ນາ. 

ບັນ​ດາ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ ກໍ່​ໄດ້​​ປະ​ກອບ​ຄຳ​ເຫັນ ເລື່ອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ 2015 ຄັ້ງ​ທຳ​ອິດ ​ໄດ້​ກຳ​ນົດ​ລະ​ບອບ​ຮັບ​ຜິດ​ຊອບ​​ທາງອາ​ຍາ ຂອງ​ນິ​ຕິ​ບຸກ​ຄົນ​​ການ​ຄ້າ. ນີ້ແມ່ນ​ຈຸດ​ປ່ຽນ​ໃໝ່​ທີ່​ພົ້ນ​ເດັ່ນ​ ມີ​ລັກ​ສະ​ນະ​​ບຸກ​ທະ​ລຸ ໃນ​ນະ​ໂຍ​ບາຍ​ອາ​ຍາ​ ຂອງ​ຫວຽດ​ນາມ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ຂໍ້​ຈຳ​ກັດ ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ລະ​ເມີດ​ ຂອງ​ນິ​ຕິ​ບຸກ​ຄົນ​​ການ​ຄ້າ, ເປັນ​ຕົ້ນ​ແມ່ນ ​ໃນ​ບັນ​ດາ​ກໍ​ລະ​ນີ​ລະ​ເມີດ​ ໃນ​ຂົງ​ເຂດ​ເສດ​ຖະ​ກິດ ແລະ ​ສິ່ງແວດ​ລ້ອມ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກໍ​່​ຖື​ວ່າ: ປະ​ມວນ​ກົດ​ໝາຍ​ອາ​ຍາ ​ແມ່ນ​ປະ​ມວນ​ກົດ​ໝາຍ​ທີ່​ສຳ​ຄັນ ມີ​ລັກ​ສະ​ນະເປັນ​ກະ​ດູກ​ສັນຫຼັງ, ​ດັ່ງ​ນັ້ນ ສະ​ພາ​ແຫ່ງ​ຊາດ ພຽງ​ແຕ່​ຮັບ​ຮອງ​ເອົ​າ​ກົດ​ໝາຍ ເມື່ອ​ໄດ້​ພິ​ຈາ​ລະ​ນາ​ຢ່າງ​ລະ​ອຽດ​ບັນ​ດາ​ເນື້ອ​ໃນ​ປັບ​ປຸງ.


ຂ່າວ/ບົດ​ອື່ນ