ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປະມູນລາຄາຊັບສົມບັດ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປະມູນລາຄາຊັບສົມບັດ - ảnh 1
​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງ​ກ໋ວກ​ຫຽນ
(ພາ​ບ​ປະ​ກອບ: plo.vn)

(vovworld) - ​​​ ​​ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັ​ນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14. ຕອ​ນ​ເຊົ້າ​ວັນ​ທີ 24/10, ພາຍ​ໃຕ​້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງ​ກ໋ວກ​ຫຽນ, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບ​ປຸງ​ຮ່າງ​ກົ​ດ​ໝາຍປະ​ມູນ​ລາ​ຄາຊັບ​ສົມ​ບັດ ແລະ ປຶກ​ສາ​ຫາ​ລື​ກ່​ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍນີ້. ບົດ​ລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບ​ປຸງ​ຮ່າງ​ກົດ​ໝາຍ​ປະ​ມູນລາ​ຄາຊັບ​ສົມ​ບັດ ໂດຍ​ຫົວ​ໜ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວູ​ຮົ່ງ​ແທງ ສະ​ເໜີ, ໃຫ້​ຮູ້​ວ່າ, ມີ​ຫຼາຍ​ຄຳ​ເຫັນ​ສະ​ເໜີບໍ່​ກຳ​ນົດ​ກ່ຽວ​ກັບ​ການປະມູນລາຄາໜີ້ເສຍ ແລະ ຊັບ​ສົມ​ບັດ​ຮັບ​ປະ​ກັນ​ຂອງ​​ບ້ວງ​ໜີ້​ເສຍ​ຂອງ​ບໍ​ລິ​ສັດ​ຄ​ຸ້ມ​ຄອງ​ຊັບ​ສົມ​ບັດ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຫວຽດ​ນາມ (VAMC) ໃນ​ຮ່າງ​ກົດ​ໝາຍ. ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ທີ່​ພວມ​ປະ​ກາດ​ໃຊ້, VAMC ສາ​ມາດ​ປ​ະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​​ບ້ວງ​ເງິນ​ໜີ້​ເສຍ​ຄືນ​ໃໝ່, ໜູນ​ຊ່ວຍ​ລູກ​ຄ້າ​ກູ້​ຢືມ, ຕົກ​ລົງ​ກັບ​ລູກ​ຄ້າ​ກູ້​ຢືມ​ກ່ຽວ​ກັບ​ການ​ຫັນ​ໜີ້​ເປັນ​ທຶນ​ປະ​ກອບ, ທຶນ​ຫຸ້​ນ​ສ່ວນ​ເພື່ອ​ເຂົ້າ​ຮ່ວມ​ການ​ສ້າງ​ໂຄງ​ປະ​ກອບ​ການ​ເງິນ ແລະ ການ​ເຄື່ອນ​ໄຫວ​ຂອງ​ລູກ​ຄ້າ​ກູ້​ຢືມ, ຂາຍ​ໜີ້​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ, ສ່ວນ​ບຸກ​ຄົນ...

        ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດກໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັ​ນ​ຄື: ບັນ​ດາ​ຊັບ​ສົມ​ບັດ​ຕ້ອງ​ຂາຍ​ຜ່ານ​ການ​ປະ​ມູນ​ລາ​ຄາ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ; ບ​ຳ​ລຸງ​ສ້າງ ແລະ ສະ​ໜອງ​ໃບຢັ້ງ​ຢື​ນ​ໃຫ້​ສະ​ມາ​ຊິກປະ​ມູນ​ລາ​ຄາ…

ຂ່າວ/ບົດ​ອື່ນ