ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ປະກັນໄພສັງຄົມ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍສອນວິຊາຊີບ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ປະກັນໄພສັງຄົມ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍສອນວິຊາຊີບ - ảnh 1
(ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ໄພ​ສັງຄົມ (ສະບັບ​ປັບປຸງ)
 ​ແລະ ກົດໝາຍ​ວ່າ​ດ້ວຍ​ສອນ​ວິຊາ​ຊີບ)


(vovworld) – ຕອນ​ເຊົ້າ​ວັນ​ທີ 29/05, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ໄພ​ສັງຄົມ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ສອນ​ວິຊາ​ຊີບ, ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະ​ຊຸມ, ປຶກສາ​ຫາລື​ກ່ຽວ​ກັບ​ການສະຫຼຸບຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ປີ 2012.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 28/05, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ), ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ໄດ້​ຖື​ວ່າ ຖ້າຫາກ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ຮ່າງ​ກົດໝາຍຈະ​ຊ່ວຍ​​ແກ້​ໄຂ​ບັນດາ​ຮົ້ວ​ກີດຂວາງ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແກ່ງ​ແຍ້ງ​ທີ່​ສະ​ເໝີ​ພາບ, ພິ​ເສດ​ແມ່ນ​ຂໍ້​ກຳນົດ​ວີ​ສາ​ຫະກິດ​ປະຕິບັດ​ສິດ​ດຳ​ເນີນ​ທຸລະ​ກິດ​​ໃນ​ທຸກຂະ​ແໜງອາຊີບເຊິ່ງກົດໝາຍ​ບໍ່​ຫ້າມ, ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ພວມ​ປະກາດ​ໃຊ້. ຕາມ​ຮ່າງ​ກົ​ດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ), ບັນດາ​ລະບຽບ​ການ​ບໍລິຫານ​ຈົດ​ທະບຽນ​ເລີ່​ມຫຼຸດ​ລົງ​ເຫຼືອ​ພຽງ 5 ລະບຽບການ​ເທົ່າ​ນັ້ນ​ແທນ​ໃຫ້ຕ້ອງ​ເຮັດ 10 ລະບຽບ​ການ ດ້ວຍ​ໄລຍະ​ເວລາ 34 ວັນ​ຄື​ປະຈຸ​ບັນ. ​ແຕ່ວ່າ, ບັນດາ​ສະມາຊິກ​ສະພາ​ແຫ່ງຊາດ ສະ​ເໜີວ່າ ຮ່າງ​ກົດໝາຍ​ຕ້ອງ​ມີ​ບັນດາ​ຂ້ໍກຳນົດ​ເພີ່ມ​ທະວີວຽງ​ການ​ກວດກາ​ພາຍຫຼັງການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​​ເພື່ອ​ຫຼີກ​ລ້ຽງ​ສະພາບ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວຈາກ​ການ​ຊື້​ຂາຍ​​ໃບ​ສັ່ງ​ສິນຄ້າ.

ຂ່າວ/ບົດ​ອື່ນ