ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ທຶນຂອງລັດ ເຂົ້າໃນການຜະລິດ,ດຳເນີນທຸລະກິດ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ທຶນຂອງລັດ ເຂົ້າໃນການຜະລິດ,ດຳເນີນທຸລະກິດ - ảnh 1
ພາບປະກອບ

(vovworld) - ວັນ​ທີ 5/6, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​​ຄຸ້ມ​ຄອງ, ​ນຳ​ໃຊ້​ທຶນ​ຂອງລັດ​​​ເຂົ້າໃນ​ການ​ຜະ​ລິດ, ​ດຳ​ເນີນ​ທຸ​ລະ​ກິດ, ສະ​ພາ​ແຫ່ງ​ຊາດ​ກໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ) ແລະ ຮັບ​ຟັງ​ໃບ​ສະ​ເໜີ ແລະ ບົດ​ລາຍ​ງານກວດ​ກາສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດຜົນ​ປະ​ໂຫຍດ​ສາ​ກົນ ແລະ ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ລະ​ອຽດ​ສຳ​ລັບ​ອຸ​ປະ​ກອນ​​ເຮືອ​ບິນ (ສົນ​ທິ​ສັນ​ຍາ ແລະ ​ອະ​ນຸ​ສັນ​ຍາ Cape Town).

    ກ່ອນ​ໜ້ານັ້ນ, ໃນ​ວາ​ລະ​ປະ​ຊຸມ​ວັນ​ທີ 4/6, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ສະ​ເໜີ ແລະ ບົດ​ລາຍ​ງານກວດ​ກາ​ຮ່າງ​ກົດ​ໝາຍ 6 ສະ​ບັບ, ໃນ​ນັ້ນ​ມີຮ່າງ​ກົດ​ໝາຍ​​ວ່າ​ດ້ວຍ​ການ​ລົງ​ທຶນສະ​ບັບ​ປັບ​ປຸງ; ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ, ຮ່າງ​ກົດ​ໝາຍ​​ວ່າ​ດ້ວຍ​ສຳ​ມະ​ໂນ​ຄົວ, ຮ່າງ​ກົດ​ໝາຍ​​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ສັນ​ຊາດ ຫວຽດ​ນາມ….ຄຽງ​ຂ້າງ​ຄວາມ​ຈຳ​ເປັນ​ຕ້ອງປະ​ກາດ​ໃຊ້​​ປັບ​ປຸງ​ໃຫ້​​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ແລ້ວ, ບັນ​ດາ​ຮ່າງ​ກົດ​ໝາຍນີ້​ຄວນ​ໄດ້​ຮັບ​ການກວດ​ກາ, ປັບ​ປຸງ, ເພີ່ມ​ເຕີມ​ໃຫ້​ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ຈຸດ​ໃໝ່​ຂອງ​ຮ່າງ​ກົດ​ໝາຍ 3 ສະ​ບັບ​ດັ່ງ​ກ່າວ​ແມ່ນ​ຫັນ​ການ​ເຮັດ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນ​ງ່າຍ​ດາຍ, ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ.

     ກໍ່​ໃນ​ວັນ​ທ​ີ 4/6, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບຮ່າງ​ກົດ​ໝາຍ​​​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ບິນ​ພົນ​ລະ​ເຮືອນ ຫວຽດ​ນາມ. ບັນ​ຫາ​ທີ່​ ສ​ສ​ຊ ຫຼາຍ​ທ່ານ​ເອົາ​ໃຈ​ໃສ່ໃນຮ່າງ​ກົດ​ໝາຍນີ້​ແມ່ນ​ສິດຄຸ້ມ​ຄອງ​ສະ​ໜາມ​ບິນ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ທາງ​ການ​ບິນ​, ການກວດ​ກາ​ທາງ​ການ​ບິນ.


ຂ່າວ/ບົດ​ອື່ນ