ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ

(VOVWORLD) - ຕອນເຊົ້າວັນທີ 27 ຕຸລາ, ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອຮັບຟັງບົດລາຍງານອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້າຍກຳລັງເຂົ້າຮ່ວມການປົກປັກຮັກສາຄວາມໝັ້ນຄົງ.
ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ - ảnh 1ກອງປະຊຸມສະໄໝສາມັນ ເທື່ອ 6 ສະພາແຫ່ງຊາດຊຸດ ຫວຽດນາມທີ XV (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມ ສະໄໝສາມັນເທື່ອ 6 ສະພາແຫ່ງຊາດຊຸດ ຫວຽດນາມທີ XV, ຕອນເຊົ້າວັນທີ 27 ຕຸລາ, ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອຮັບຟັງບົດລາຍງານອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້າຍກຳລັງເຂົ້າຮ່ວມການປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂັ້ນຮາກຖານ, ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນ ຂອງຮ່າງກົດໝາຍດັ່ງກ່າວ.

ໃນຕອນບ່າຍ, ສະພາແຫ່ງຊາດ ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມເພື່ອຮັບຟັງການສະເໜີ ແລະ ບົດລາຍງານການສຳຫຼວດກວດກາຮ່າງມະຕິທົດລອງບາງກົນໄກ, ນະໂຍບາຍພິເສດກ່ຽວກັບການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມທາງບົກ.

ຕອບກັບ

ຂ່າວ/ບົດ​ອື່ນ