ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍຄ່າບໍລິການ, ຄ່າທຳນຽມ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍຄ່າບໍລິການ, ຄ່າທຳນຽມ - ảnh 1
ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ
ວ່າ​ດ້ວຍ​ຄ່າ​ບໍ​ລິ​ການ ແລະ ຄ່າ​ທຳ​ນຽມ

(vovworld)- ​ຕອນ​ບ່າຍ​ວັນ​ທີ 11/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບາງ​ເນື້ອ​ໃນ​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າ​ງ​ກົດ​ໝາຍ​ວ່າ​ດ້ວຍ​ຄ່າ​ບໍ​ລິ​ການ, ຄ່າ​ທຳ​ນຽມ. ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ​ວ່າ: ຄ່າ​ບໍ​ລິ​ການ, ຄ່າ​ທຳ​ນຽມແຕ່​ລະ​ປະ​ເພດ​ລ້ວນ​ແຕ່​ມີ​ລັກ​ສະ​ນະ, ເນື້ອ​ໃນ​ເສດ​ຖະ​ກິດ​ ແລະ​ລະ​ດັບ​ເກັບ​ຕ່າງ​ກັນ, ສະ​ນັ້ນ ຮ່​າງ​ກົດ​ໝາຍ​ກຳ​ນົດ​ຢ່າງ​ລະ​ອຽດ ມັນ​ຈະ​ບໍ່​ມີ​ຄວາມ​ເປັນ​ໄປ. ຮ່າງ​ກົດ​ໝາຍ​ຄວນ​ກຳ​ນົດ​ບັນ​ດາ​ຄາດ​ໝາຍ​ຢ່າງ​ເໝາະ​ສົມ, ພ້ອມ​ທັງ​ມອບ​ໃຫ້​ລັດ​ຖະ​ບານ​ກຳ​ນົດ​ຢ່າງ​ລະ​ອຽດ ເພື່ອ​ສອດ​ຄ່ອງ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ ແຕ່​ຕ້ອງ​ຮັບ​ປະ​ກັນ​​ຈະບໍ່​ມີ​ຄ່າ​ບໍ​ລິ​ການ, ຄ່າ​ທຳ​ນຽມ​ໃດ​ອ​ີກ​ໃນ​ບັນ​ຊີ​ລາຍ​ຊື່​ ຊື່ງ​ກົດ​ໝາຍ​ໄດ້​ລະ​ບຸ​ໄວ້.

ຂ່າວ/ບົດ​ອື່ນ