ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍນາຍທະຫານແລະກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍນາຍທະຫານແລະກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ - ảnh 1
ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ທີ່​ຫໍ​ປະ​ຊຸມ
(ພາບ: TTXVN)

(vovworld) – ​​ໂດຍ​ສືບ​ຕ​ໍ່​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ວັນ​ທີ 6/11, ສະ​ພາ​ແຫ່ງ​ຊາດ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ທີ່​ຫໍ​ປະ​ຊຸມ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ປະ​ຊາ​ຊົນ (ສະ​ບ​ັບ​ປັບ​ປຸງ). ນີ້​ແມ່ນ​ຮ່າງ​ກົດ​ໝາຍ 2 ສະ​ບັບ​ຈະ​ຍື່ນ​ສະ​ເໜີ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້.

        ຕອ​ນ​ເຊົ້າ​ວັນ​ທີ 6/11, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ອະ​ພິ​ປາຍ, ຄຳ​ເຫັນ​ປະ​ກອບ, ປັບ​ປຸງ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ຮ່າງ​ກົດ​ໝາຍ​ສຸມ​ໃສ່​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ເນື້ອ​ໃນ, ຂໍ້​ກຳ​ນົດ​ກ່ຽວ​ກັບ​ຕຳ​ແໜ່ງ​ພື້ນ​ຖານ​ຂອງ​ນາຍ​ທະ​ຫານ, ກ່ຽວ​ກັບ​ອາ​ຍຸ​ປະ​ຈຳ​ການຂອງ​ນາຍ​ທະ​ຫານ, ຂໍ້​ກຳ​ນົດ​​ຂັ້ນ, ຊັ້ນໃນ​ກອງ​ທັບ​ເຊິ່ງ​ສູງ​ສຸດ​ແມ່ນ​​ຊັ້ນນາຍ​ພົນ​ສຳ​ລັບ​ບັນ​ດາ​ຕຳ​ແໜ່ງ​ນາຍ​ທະ​ຫານ​ໃນ​ກອງ​ປະ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ກ່ຽວ​ກັບ​ການ​ກຳ​ນົດ​​ເລື່ອນ​ຊັ້ນ​ສຳ​ລັບ​ນາຍ​ທະ​ຫານ​​ພວມປະ​ຈຳ​ກ​ມານ, ກ່ຽວ​ກັບ​ສິດ​ອຳ​ນາດ​ຕົກ​ລົງ​ສຳ​ລັບ​ນາຍ​ທະ​ຫານ. ສສຊ ສ່ວນ​ຫຼາຍ​ຕີ​ລາຄາ​ວ່າ ຮ່າງ​ກົດໝາຍ​ໄດ້​ປັບປຸງ​ຕາມ​ພື້ນຖານ​ນິຕິ​ກຳ​ທີ່​ຄົບ​ຖ້ວນ, ​ແໜ້ນ​ແຟ້ນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ນາຍ​ທະຫານ, ປະກອບສ່ວນ​ສ້າງ​ກອງ​ທັບ ປຊຊປະຕິວັດ​ຊຳນານ​ຮົບ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ອະ​ພິ​ປາຍ, ຄຳ​ເຫັນ​ປະ​ກອບ, ປັບ​ປຸງ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຕຳຫຼວດ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ). ຮ່າງ​ກົດ​ໝາຍ​ລວມ​ມີ 7 ພາກ, 42 ​ມາ​ດ​ຕາ​ກຳ​ນົດ​ກ່ຽວ​ກັບຫຼັກ​ການ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ, ພາ​ລະ​ໜ້າ​ທີ່, ສິດ​ອຳ​ນາດ ແລະ ລະ​ບອບ, ນະ​ໂຍ​ບາຍສຳ​ລັບ​ຕຳຫຼວດ ປະ​ຊາ​ຊົນ, ກຳ​ນົດ​ເປັນ​ເອ​ກະ​ພາບ​ຂັ້ນ​ຕຳ​ແໜ່ງ​ສູງ​ສຸດ​ຂອງ​ຕຳຫຼວດ​ຢູ່​ທ້ອງ​ຖີ່ນ, ກ່ຽວ​ກັບ​ພາ​ລະໜ້າ​ທີ່​ເຂົ້າ​ຮ່ວມ​​ຖັນ​ແຖວຕຳຫຼວດ​ປະ​ຊາ​ຊົນ. ຄຳ​ເຫັນ​ຂອງ​ຫຼາຍ​ທ່ານ​ຖື​ວ່າ, ຜູ້​ຮັບ​ໃຊ້​ໃນ​ກຳລັງ​ຕຳ​ຫຼວດ ປຊຊ ທີ່​ມີ​ການ​ກຳນົດ​ເວລາ ​ແມ່ນ​ປະຕິບັດ​ພັນທະ​ພົນລະ​ເມືອງ, ​ແມ່ນ​ຮູບ​ການ​ປະຕິບັດ​ພັນທະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໄດ້​ຖືກ​ຄັດ​ເລືອກ ​ແລະ ນຳ​ໃຊ້​ນະ​ໂຍບາຍ​ໃນ​ກຳລັງ​ຕຳຫຼວດ​ເໝືອນ​ກັບ​ພົນລະ​ເມືອງ​ປະຕິບັດ​ພັນທະ​ໃນ​ກອງທັບ


ຂ່າວ/ບົດ​ອື່ນ