ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ - ảnh 1
ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາ​ຍວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ

(vovworld)-​ໂດຍສືບ​ຕໍ່​ກອງ​ປະຊຸ​ມສະ​ໄຫມ​ສາມັນ​​ເທື່ອ​ທີ5ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 19/6 ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ( ສສຊ) ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາ​ຍວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ. ນອກຈາກ​ຄວາມ​ເຫັນ​ດີ​ທີ່​ວ່າ: ​ການ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ​ແມ່ນ​ມີ​ຄວາມຈຳ​ເປັນ​ທີ່​ສຸດ​ເພື່ອ​ພ້ອມ​ກັບ​ບັນດາ​ນິຕິ​ກຳ​ອື່ນ​​ປັບປຸງ​ການພົວພັນກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​​ໃນປະຈຸ​ບັນ, ບັນດາ ສສຊ ຍັງ​ເຕື້ອງ​ເຖິງ​ຫລາຍ​ບັນຫາ​ຄື: ຫນູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ຫນຸ່ມ, ຫນັງສື​ຢັ້ງຢືນ​ຄວາມ​ສາມາ​ດ້ານ​ວິຊາ​ຊີບ​ແຫ່ງ​ຊາດ, ​ເປີດ​ກວ້າງ​ເປົ້າ​ໝາຍ​ທີ່​ໄດ້​ຊົມ​ໃຊ້​ປະກັນ​​ໄພວ່າງ​ງານ, ຮູບ​ແບບ​ຈັດ​ຕັ້ງ​ການບໍລິການ​ວຽກ​​ເຮັດ​ງານ​ທຳ, ບັນດາ​ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​​ເຮັດ​ງານທຳ.. ກ່ຽວ​ກັບ​ນະ​ໂຍບາຍ​ຫນູນ​ຊ່ວຍ​ສິນ​ເຊື່ອ​​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ທ່ານ​ນາງ ຫງວຽນ​ທິຟຸກ,​ສສຊ ​ແຂວງ ບີ່​ງທ້ວນ ຍົກ​ຄຳ​ເຫັນ​ວ່າ:

        “ບັນດາ​ເປົ້າ​ໝາຍ​ໄດ້​ຮັບ​ບຸລິມະສິດ​ກູ້​ຢືມ​ທຶນ​ຈາກ​ກອງ​ທຶນ​ແຫ່ງ​ຊາດ ນອກຈາກ​ເປົ້າ​ໝາຍ​​ແມ່ນວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ຄອບຄົວ​ດ​ຳ​ເນີນ​ທຸລະ​ກິດ, ສະຫະກອນ​ນຳ​ໃຊ້​ຄົນ​ງານ​ຍິງຫລາຍ​ຄົນ, ຄົນ​ງານ​ແມ່ນ​ຄົນ​ພິ​ການ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລ້ວ. ຂ້າພະ​ເຈົ້າສະ​ເຫ​ນີ​ເພີ່ມ​ເຕີມ​ເປົ້າ​ໝາຍຄືຫລາຍ​ຄົນ: ​ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢູ່​​ເຂດ​ຊົນນະບົດ, ​ເຂດ​ຫ່າ​ງ​ໄກ​ສອກ​ຫລີກ, ​ເຂດ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ກັບ​ທີ່.”

ຂ່າວ/ບົດ​ອື່ນ