ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍເຮືອນຢູ່ ແລະ ອະສັງຫະລິມະຊັບ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍເຮືອນຢູ່ ແລະ ອະສັງຫະລິມະຊັບ (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) -ຕອນ​ບ່າຍ​ວັນ​ທີ 24/10, ​ເມື່ອ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມກ່ຽວ​ກັບ​ບາງ​​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ (ສະບັບ​ປັບປຸງ). ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ)ຫຼາຍ​ທ່ານ​ໄດ້​ຢືນຢັນ​ວ່າ, ຮ່າງ​ກົດໝາຍ​ໄດ້​ມີ​ຂໍ້​ກຳນົດ​ຕ່າງໆ​ຮັບປະກັນ​ລັກສະນະ​ເປີດ​ເຜີຍ, ຈະ​ແຈ້ງ ​ແລະ ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ຕະຫຼາດ​ອະສັງ​ຫະລິ​ມະ​ຊັບ. ​ແນ​ໃສ່​ປົກ​ປ້ອງ​ໃຫ້​ລູກ​ຄ້າ, ຮັບປະກັນ​ການ​ຄຸ້ມ​ຄອງ​ລັດ. ທ່ານ ​ເຈິ່ນຢູລີກ, ສສຊ ຄະນະ​ນະຄອນ​ໂຮ່ຈີ​ມິນ, ຍົກ​ຄຳ​ເຫັນ​ວ່າ:

   “​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງຮ່າງ​ກົດໝາຍ​ຄັ້ງ​ນີ້​ບັນລຸ​ໄດ້ 2 ຄາດໝາຍ ນັ້ນ​ແມ່ນ​ແກ້​ໄຂ​ຄວາມ​ຕິດ​ຄັດ​ເພື່ອ​ພັດທະນາ​ຕະຫຼາດ​ອະສັງ​ຫະລິ​ມະ​ຊັບ, ທີ​ສອງ​ແມ່ນ​ມີ​ບາງ​ຂໍ້​ກຳນົດ​ເຮັດ​ໃຫ້​ຕະຫຼາດ​ອະສັງ​ຫະລິ​ມະ​ຊັບ​ກະຈ່າງ​ແຈ້ງ“.

​  ​ເຖິງຢ່າງ​ໃດ​ກໍ່ຕາມ, ບັນດາ ສສຊ ກໍ່​ສະ​ເໜີ​ຮ່າງ​ກົດໝາຍ​ຕ້ອງ​ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ​ແລະ ກົດໝາຍ​ອື່ນໆ, ​ແກ້​ໄຂ​ສະພາບ​ສວຍ​ໃຊ້​ຊ່ອງ​ວ່າງ​ຂອງ​ນະ​ໂຍບາຍ​ກົດໝາຍ​ເພື່ອ​ຍືດນຳ​ໃຊ້, ສວມ​ອຳນາດ, ​ແກ່ງ​ແຍ້​ງ​ໃນ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ. ບາງ​ຄຳ​ເຫັນ​ສະ​ເໜີ​ຄວນ​ກວດກາ​ບັນດາ​ປະ​ເພດ​ອະສັງ​ຫະລິ​ມະ​ຊັບທີ່​ນຳ​ເຂົ້າດຳ​ເນີນ​ທຸລະ​ກິດ, ​ເງື່ອນ​ໄຂ​ສຳລັບ​ບາງ ອະສັງ​ຫະລິ​ມະ​ຊັບ​ທີ່​ຖືກ​ນຳ​ເຂົ້າດຳ​ເນີນ​ທຸລະ​ກິດ, ຄິດ​ໄລ່​ເຖິງ​ເລື່ອງ​ກຳນົດ​ທຶນດຳລັດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 20 ຕື້​ດົ່ງ ​ເມື່ອ​ດຳ​ເນີນ​ທຸລະ​ກິດ ອະສັງ​ຫະລິ​ມະ​ຊັບ.

     ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີຕອນ​ເຊົ້າວັນ​ທີ 24/10, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ​(ສະບັບ​ປັບປຸງ) ແລະ ປຶກສາ​ຫາລື​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ນີ້. ບາງ​ເນື້ອ​ໃນຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນເຊິ່ງ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ຄື ຂໍ້​ກຳນົດ​ກ່ຽວ​ກັບ​ຈຸດ​ເວລາ​ມອບ​​ໂອນກຳມະສິດ, ກຳມະສິດ​ເຮ​ືອນຢູ່​ຂອງ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ຊາວ​ຕ່າງປະ​ເທດ; ນະ​ໂຍບາຍ​ເຮືອນ​ຢູ່​ລັດຖະການ; ນະ​ໂຍບາຍ​ເຮືອນ​ຢູ່​ສັງຄົມ, ກອງ​ທຶນ​ພັດທະນາ​ເຮືອນ​ຢູ່​ສັງຄົມ; ກຳນົດ​ເວລາ​ນຳ​ໃຊ້ຄົວ​ເຮືອນ​ໃນ​ເຂດ​ເຮືອນຕຶກຫຼາຍຊັ້ນ ​ແລະ ກຳມະສິດ​ລວມຄົວ​ເຮືອນ​ໃນ​ເຂດ​ເຮືອນຕຶກຫຼາຍຊັ້ນ

ຂ່າວ/ບົດ​ອື່ນ