ສະພາແຫ່ງຊາດປຶກສາຫາລືໂຄງການສ້າງກົດໝາຍ, ລັດຖະບັນຍັດ 2016

ສະພາແຫ່ງຊາດປຶກສາຫາລືໂຄງການສ້າງກົດໝາຍ, ລັດຖະບັນຍັດ 2016 - ảnh 1
ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປືກສາ​ຫາລື​ຢູ່ຕາມ​ໜ່ວຍ
(ພາບປະກອບ)

​(vovworld) – ​ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 22/05, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປືກສາ​ຫາລື​ຢູ່ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ​່ງຊາດ ​ແລະ ສະພາ​ປະຊາຊົນ. ຮ່າງ​ກົດໝາຍ​​ເພີ່ມ​ເຕີ​ມບາງ​ຂໍ້​ກຳນົດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຜົນສັກສິດ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ. ຮ່າງ​ກົດໝາຍ​ເພີ່ມ​ເຕີມ​ຂໍ​້ກຳນົດ​ມີ​ລັກ​ສະ​ນະຫຼັກການກ່ຽວ​ກັບຜົນສັກສິດ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງອົງການ​ສິດ​ອຳນາດ​​ແຫ່ງ​ລັດ.

        ຜ່ານ​ການ​ປຶກສາ​ຫລື, ມີ​ຫຼາຍ​ຄຳ​ເຫັນ​ໄດ້​ເຫັນ​ດີ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ຕັ້ງ ​ແລະ ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ ​ເພື່ອ​ຫັນ​ບັນດາ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ​ເປັນ​ລະບົບ​ກົດໝາຍ. ມີ​ບາງ​ຄຳ​ເຫັນ​ໄດ​້ສະ​ເໜີ​ຍົກ​ເລີກ​ຂໍ້​ກຳນົດກ່ຽວ​ກັບ​ເປົ້າ​ໝາຍ​ຢູ່​ໃຕ້ການ​ຄວບ​ຄຸມ ມີ​ສິດ​ປະຕິ​ເສດ​​ໃຫ້​ຄຳຕອບ, ສະ​ໜອງ​ຂໍ້​ມູນ​ລັບ​ຂອງ​ລັດ ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ, ພ້ອມ​ທັງ​ເພີ່ມ​ເຕີມ​ຂໍ້​ກຳນົດ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ມີ​ໜ້າ​ທີ່​ຮັກສາ​ຄວາມລັບຂອງ​ລັດ​ຕາມ​ຂໍ້​ກຳນົ​ດຂອງ​ກົດໝາຍ. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 22/05, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ຢູ່ຕາມໜ່ວຍ​ກ່ຽວ​ກັບ: ​​ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດຂອງ​ສະພາ​ແຫ່ງ​ຊາດ​ປີ 2016, ປັບ​ປຸງ​​ໂຄງການ​ສ້າງ​ກົດ​ໝາຍ, ລັດຖະບັນຍັດຊຸດ​ທີ 13 ​ແລະ ປີ 2015; ມາດຕາ 60 ຂອງ​ກົດໝາຍ​ວ່າ​ດ້ວຍການ​ປະກັນ​ສັງຄົມ​ປີ 2014.

        ​​ໃນ​ຕອນ​ບ່າຍ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ປຶກສາ​ຫາລື​ຢູ່​ຫໍປະຊຸມ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ປະກາດ​​ໃຊ້ເອກະສານນິຕິ​ກຳ.

ຂ່າວ/ບົດ​ອື່ນ