ສະພາແຫ່ງຊາດປ່ອນບັດເລືອກຕັ້ງປະທານປະເທດ

(VOVWORLD) - ຕອນເຊົ້າວັນທີ 23 ຕຸລາ, ໂດຍສືບຕໍ່ລາຍການເຮັດວຽກ, ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ສະພາແຫ່ງຊາດໄດ້ດຳເນີນການປ່ອນບັດເລືອກຕັ້ງປະທານປະເທດດ້ວຍວິທີປ່ອນບັດເລືອກຕັ້ງປິດລັບ.
ສະພາແຫ່ງຊາດປ່ອນບັດເລືອກຕັ້ງປະທານປະເທດ - ảnh 1 ພາບປະກອບ

 ກ່ອນໜ້ານັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ລາຍງານໝາກຜົນຂອງການປຶກສາຫາລື, ອະພິປາຍ, ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບແຜນບຸກຄະລາກອນເລືອກຕັ້ງປະທານປະເທດ. ໝາກຜົນຂອງການກວດບັດເລືອກຕັ້ງປະທານປະເທດຈະໄດ້ຮັບການປະກາດໃນຕອນບ່າຍວັນດຽວກັນ.

        ກ່ອນໜ້ານັ້ນ, ເມື່ອສະເໜີບົດລາຍງານຕີລາຄາໝາກຜົນ 3 ປີແຫ່ງການປະຕິບັດບັນດານະໂຍບາຍໜູນຊ່ວຍພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ທ່ານ ໂດ໊ວັນຈ໋ຽນ, ລັດຖະມົນຕີ, ຫົວໜ້າຄະນະກຳມາການຊົນເຜົ່າຂອງລັດຖະບານເນັ້ນໜັກວ່າ: ໄລຍະ 2016 – 2018, ນະໂຍບາຍໜູນຊ່ວຍພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງ ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນ, ຢ່າງຮອບດ້ານໃນທຸກຂົງເຂດ. ແຕ່ປີ 2016 – 2018, ໂຄງການພັດທະນາເສດຖະກິດສັງຄົມຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄດ້ຮັບການກໍ່ສ້າງ, ສ້ອມແປງກ່ວາ 12.300 ກິດຈະກຳ; ໜູນຊ່ວຍໃຫ້ແກ່ຄອບຄົວທຸກຍາກ, ໃກ້ຖືກຈັດເຂົ້າລະດັບຄອບຄົວທຸກຍາກກ່ວາ 1,5 ລ້ານຄອບຄົວ. ຝຶກອົບຮົມ, ສອນວິຊາຊີບໃຫ້ແກ່ຊາວຜູ້ອອກແຮງງານກ່ວາ 820.000 ຄົນ; ທະນາຄານນະໂຍບາຍສັງຄົມໄດ້ໃຫ້ກ່ວາ 1,4 ລ້ານຄອບຄົວກູ້ຢຶມທຶນດ້ວຍຈຳນວນເງິນກ່ວາ 45.000 ຕື້ດົ່ງ. ອັດຕາຄອບຄົວທຸກຍາກໃນທ້າຍປີ 2017 ຢູ່ບັນດາເມືອງທຸກຍາກຫລຸດລົງຍັງເຫຼືອພຽງ 40% (ຫລຸດໄດ້ປະມານ 5% ເມື່ອທຽບໃສ່ປີ 2016); ອັດຕາຄອບຄົວທຸກຍາກຢູ່ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດຫລຸດລົງ ໄດ້ 3 -4%.

        ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານການກວດກາ, ຕີລາຄາກາງສະໄໝກ່ຽວກັບການປະຕິບັດມະຕິໃຫ້ສັດຕະຍາບັນແຜນນະໂຍບາຍລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2016 – 2020; ບົດລາຍງານຕີລາຄາໝາກຜົນ 3 ປີແຫ່ງການປະຕິບັດບັນດານະໂຍບາຍໜູນຊ່ວຍພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ…

ຕອບກັບ

ຂ່າວ/ບົດ​ອື່ນ