ສະພາແຫ່ງຊາດປະກາດໝາກຜົນການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະບາບັນ

ສະພາແຫ່ງຊາດປະກາດໝາກຜົນການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະບາບັນ - ảnh 1

(ພາບ:tuoitre.vn)

(vovworld)- ​​ໝາກຜົນ​ການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະ​ບາ​ບັນ ​ໄດ້​ຮັບ​ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ໃນວາລະ​ເຮັດ​ວຽກ​ເມື່ອຕອນ​ເຊົ້າວັນ​ທີ 11/6 ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະ​ເພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ​ແຕ່​ລະ​ຕຳ​ແໜ່​ງຖືກ​ປະກາດ​ຕາມ 3 ລະດັບຄື : ​ໄດ້​ຮັບ​ຄວາມ​ໄວ້ວາງໃຈ​ສູງ, ໄດ້​ຮັບ​ຄວາມ​ໄວ້ວາງໃຈ ​ແລະ ໄດ້​ຮັບ​ຄວາມ​ໄວ້ວາງໃຈຕ່ຳ. ຕາມ​ໝາກຜົນ​ນີ້, ບໍ່​ມີ​ຕຳ​ແໜ່​ງ​ໃດຕົກ​ຢູ່​ໃນ​ລະດັບໄດ້​ຮັບ​ຄວາມ​ໄວ້ວາງໃຈຕ່ຳ​ກ່ວາ​ເຄິ່ງໜຶ່ງ​ໃນ​ການລົງຄະແນນສຽງໄວ້ວາງໃຈ​ເປັນຄັ້ງທຳ​ອິດ​ຢູ່​ສະພາ​ແຫ່ງ​ຊາດ. ​ໃນ 3 ຕຳ​ແໜ່​ງຫຼັກ​ແຫຼ່ງຄື: ປະທານ​ປະ​ເທດ, ປະທານ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ, ອັດຕາ​ສ່ວນໄດ້​ຮັບ​ຄວາມ​ໄວ້ວາງໃຈສູງ​ຕາມ​ລຳດັບແມ່ນ 66,27%; 65,86%; 42,17%.

 ເມື່ອ​ຕີ​ລາຄາ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ການລົງຄະແນນສຽງໄວ້ວາງໃຈຄັ້ງນີ້, ທ່ານປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນໜັກ​ວ່າ:

     “ບັນດາ​ທ່ານ​ໄດ້​ຮັບ​ການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ລ້ວນ​ແຕ່​ຮັບຜິດຊອບບັນດາ​ຂົງ​ເຂດ​ເຄັ່ງຮ້ອນ. ສະພາ​ແຫ່ງ​ຊາດ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ກ່ວາ. ອັດຕາ​ສ່ວນການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ສູງ​ຂອງ​ສະພາ​ແຫ່ງ​ຊາດ​ສຳລັບ​ແຕ່​ລະ​ຕຳ​ແໜ່​ງ​ແມ່ນ​ການ​ລະດົມ​ກຳລັງ​ໃຈ ທັງ​ແມ່ນການ​ຕີ​ລາຄາ, ຮັບ​ຮູ້​ບັນດາ​ໝາກຜົນ​ໃນ​ການ​ປະຕິບັດ​ງານ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ສ່ວນ​ອັດຕາ​ສ່ວນ​ໄດ້​ຮັບ​ຄວາມໄວ້​ວາງ​ໃຈ​​ຕ່ຳ ຮຽກຮ້ອງ​ໃຫ້​ຜູ້ນຳ​ກະຊວງ, ຂະ​ແໜງ​ການ, ຂົງ​ເຂດ​ຕ່າງໆຕ້ອງ​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​​ໃຫ້ສຳ​ເລັດ​ດີກ່ວາ​ອີກ​ໃນ​ຈຸດ​ເວລາ​ທີ່​ປະ​ເທດ​ຊາດ​ພວມ​ປະສົບ​ກັບຄວາມ​ຫຍຸ້ງຍາກຫຼາຍຢ່າງ”.

  ສ່ວນ​ທ່ານ​ໂງ​ວັນ​ມິ​ງ ສສຊ ​ແຂວງ​ກວາງ​ນາມ ​ໃຫ້​ຂໍ້​ສັງ​ເກ​ດວ່າ:

  “ຂ້າພະ​ເຈົ້າບໍ່​ແປກ​ປະຫຼາດ​ໃຈຕໍ່​ໝາກຜົນ​ນີ້, ຕາມ​ຂ້າພະ​ເຈົ້າ​ແລ້ວ, ໝາກຜົນ​ໄດ້​ສ່ອງ​ແສງ​ຖືກກັບ​ເນື້ອ​ແທ້ ​ແຕ່ການ​ປ່ອນ​ບັດ​ຄັ້ງນີ້​ກໍ່​ແມ່ນຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ​. ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ​ໃນ​ຂົງ​ເຂດ​ທີ່​ມີ​ອັດຕາ​ສ່ວນ​ໄວ້​ວາງ​ໃຈ​ຕ່ຳ, ຜູ້ນຳ​ຂອງ​ຂະ​ແໜງ​ນັ້ນຄວນຄົ້ນຄ້ວາ​ເພື່ອ​ປັບປຸງ, ນັ້ນກໍ່​ແມ່ນ​ຈຸດປະສົງ​ຂອງ​ການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ຄັ້ງນີ້ ​ເພື່ອ​ໃຫ້​ກົງຈັກ​​ເຄື່ອນ​ໄຫວ​ໄດ້ດີ​ກ່ວາອີກ, ມີ​ປະສິດທິ​ຜົນ​ກ່ວາ​ອີກ, ຕອບ​ສະໜອງ​ໄດ້​ຄວາມ​ມຸ້ງ​ມາດ​ປາດ​ຖະໜາຂອງ ສສຊ ​ແລະ ປະຊາຊົນ”.

  ​ເລື່ອງ​ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະ​ບາ​ບັນ ​ເປັນຄັ້ງທຳ​ອິດ  ​ແລະ ປະກາດ​ໝາກຜົນ​ຢ່າງ​ເປີດ​ເຜີຍ​ໃຫ້​ທົ່ວ​ປວງ​ຊົນ ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງທົ່ວ​ປະ​ເທດ. ຄຳ​ເຫັນ​ສ່ວນຫຼາຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ, ຕີ​ລາຄາ​ສູງໝາກຜົ​ນຂອງ​ການລົງຄະແນນສຽງໄວ້ວາງໃຈຄັ້ງນີ້.

  ພາຍຫຼັງ​ທີ່​ໝາກຜົນຂອງ​ການລົງຄະແນນສຽງໄວ້ວາງໃຈຖືກ​ປະກາດ​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຍ້ອນ​ວ່າ: ການລົງ ຄະແນນສຽງໄວ້ວາງໃຈຄັ້ງນີ້ ​ໄດ້​ຕອບ​ສະໜອງ​ຕາມ​ຄວາມ​ລໍ​ຄອຍ​ຂອງ​ປະຊາຊົນ. ທ່ານ​ເຈິ່ນວັນ​ຮຸ່ງ ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຮ່າ​​ໂນ້ຍ ຖື​ວ່າ: ນີ້​ແມ່ນ​ບ້າ​ວກ້າວ​ປ່ຽນ​ໃໝ່​ທີ່​ສຳຄັນ:

   “ນີ້​ແມ່ນ​ຈຸດ​ໃໝ່​ອຽມ​ຂອງ​ສະພາ​ແຫ່ງ​ຊາດ​ຊື່​ງສະ​ໄໝ​ປະຊຸມ​ຄັ້ງກ່ອນ​ບໍ່​ມີ. ການ​ເຄື່ອນ​ໄຫວ​ນີ້​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ ​ແລະ ຮູ້​ລະດັບ​ໄວ້​ວາງ​ໃຈ​ຂອງ​ບັນດາ​ຕຳ​ແໜ່​ງສູງ​ສຸດ​ຂອງ​ປະ​ເທດ​ຊາດ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ. ຂ້າພະ​ເຈົ້າຄິດ​ວ່າ, ຜ່ານ​ການ​ປ່ອນ​ບັດ​ນີ້ ບັນດາ​ທ່ານ​ໄດ້​ຮັບ​ການ​ປ່ອນ​ບັດ​ຈະ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ ​ແລະ ​ເຫັນ​ໄດ້​ຈຸດ​ດີ​ຈຸດ​ອ່ອນ​ເພື່ອ​ປັບປຸງ ​ແລະ ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ​ກ່ວາ​ອີກ”.

   ທ່ານ​ເຈິ​ນກົງ​ຊື້ ຮອງ​ຫົວໜ້າ​ພະ​ແນ​ກປະຊາທິປະ​ໄຕ​ກົດໝາຍ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແຂວງ​ດັກ​ນົງ ​ເວົ້າວ່າ:

   “ອາດ​ຈະ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ການ​ປະຕິ​ຮູບ ​ແລະ ​ໄດ້​ພິສູດ​ດ​ໃຫ້​ເຫັນ​ດ້ວຍ​ໝາກຜົນ​ທີ່​ພາວະ​ວິ​ໄສ​ທີ່​ສຸດ, ປະຊາທິປະ​ໄຕ, ​ເປີດ​ເຜີຍ​ໃນ​ການລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ. ຂ້າພະ​ເຈົ້າຫວັງ​ວ່າ, ການ​ປ່ອນ​ບັດ​ນັບ​ມື້​ນັບ​ຈະ​ໄດ້ຮັບ​ການ​ປະຕິ​ບັດຢ່າງ​ມີ​ປະສິດທິ​ຜົນ​ກ່ວາ, ປະກອບສ່ວນ​ສ້າງ ​ແລະ ປັບປຸງ​ອຳນາດ​ການ​ປົກຄອງ”.

 

 

ຂ່າວ/ບົດ​ອື່ນ