ສະພາແຫ່ງຊາດລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງ

ສະພາແຫ່ງຊາດລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງ - ảnh 1

(ພາບ: kinhtenongthon.com.vn)

(vovworld)- ​​ດ້ວຍ ສສຊ ​ກ່ວາ 95% ​ໄດ້​ເຫັນ​ດີ​​ເຫັນ​ພ້ອມນັ້ນ, ຕອນ​ເຊົ້າວັນ​ທີ 10/6, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະ​ເພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ຮັບຮອ​ງ​ເອົາ​ບັນຊີ​ລາຍ​ຊື່​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 47 ຕຳ​ແໜ່​ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະ​ບາ​ບັນ ຊື່​ງ​ໃນ​ນັ້ນມີ​ຕຳ​ແໜ່​ງປະທານ​ປະ​ເທດ, ປະທານ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ.

  ກ່ອນ​ໜ້ານັ້ນ, ​ເມື່ອ​ລາຍ​ງານ​ບາງ​ບັນຫາ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ເລກທີ 35 ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະ​ບາ​ບັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ: ນີ້​ເປັນຄັ້ງທຳ​ອິດ​ທີ່​ສະພາ​ແຫ່ງ​ຊາດ​ໃຊ້​ສິດ​ຕິດຕາມ​ກວດກາ​ສູງ​ສຸດ​ຂອງ​ຕົນ​ສຳລັບ​ບັນຫາ​ບຸກຄະລາກ​ອນ. ສະພາ​ແຫ່ງ​ຊາດ​ຈະ​ຊັ່ງຊາຢ່າງ​ລະມັດລະວັງ, ພາວະ​ວິ​ໄສ​ໃນ​ການ​ຕີ​ລາຄາ​ແຕ່​ລະ​ຕຳ​ແໜ່​ງ, ຕາມ​ບັນດາ​ຂໍ້​ອ້າງ​ອີງ​ລະອຽດ. ທ່ານ​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ​ສະພາ​ແຫ່ງ​ຊາດ​ຈະ​ປະຕິ​ບັດ​ໜ້າ​ທີ່​ຮັບຜິດຊອບຂອງ​ຕົນ​​ຕໍ່​ພັກ, ລັດ ​ແລ​ະ ພິ​ເສດ​ແມ່ນ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນໜັກ​ວ່າ:

   “​ແນ່ນອນ​ວ່າ​ພວກ​ເຮົາ​ຕ້ອງ​ປະຕິບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງຕົນຕໍ່​ປະຊາຊົນ, ພັກ, ລັດ ​ໃຫ້​ເປັນ​ຢ່າງ​ດີ. ການ​ປ່ອນ​ບັດ​​ໄວ້​ວາງ​ໃຈມີ 4 ຂັ້ນຕອນຄື: ທີ​ໜຶ່ງ​ແມ່ນ​ສະພາ​ແຫ່ງ​ຊາດ​ຈະ​ປ່ອນ​ບັດ​ເພື່ອ​ປິດ​ບັນຊີ​ລາຍ​ຊື່​​ຂອງບັນດາ​ຕຳ​ແໜ່​ງ​ໄດ້​ຮັບ​ການ​ລົງ​ຄະ​ແນ​ນສຽງ​ໄວ້ວາງ​ໃຈ. ທີ​ສ​ອງ​ແມ່ນປຶກສາ​ຫາລື​​ໃນຄະນະ​ ສສຊ ເພື່ອ​ຕີ​ລາຄາ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ. ທີ​ສາມ​ແມ່ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ອະພິປາຍ​ບົດ​ລາຍ​ງານ​ປຶກສາ​ຫາລື​ຢູ່​ຄະນະ​ ສສຊ ຕໍ່​ສະພາ​ແຫ່ງຊາດ, ຫຼັງ​ຈາກ​ນັ້ນ, ສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ. ​ໃນ​ຕອນ​ເຊົ້າວັນ​ທີ 11/6, ສະພາ​ແຫ່ງ​ຊາດ​ຈະ​ປະກາດ​ໝາກຜົນ​ການ​ປ່ອນ​ບັດ ​ແລະ ຮັບຮອງ​ເອົາ​ມະຕິ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ. ມະຕິ​ນີ້​ຈະ​ຖືກ​ປະກາດ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນທົ່ວ​ປະ​ເທດຢ່າງ​ເປີດ​ເຜີຍ”.

ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 47 ​ຕຳ​ແໜ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 10/6. ​ກ່າວ​ຄວາມ​ເຫັນ​ອະພິປາຍ​ຕື່ມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ກ່ອນ​ທີ່​ຈະ​ປ່ອນ​ບັດ​ໄວ້​ວາງ​ໃຈ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ​ໃຫ້​ຮູ້​ວ່າ:

“ສະມາຊິກ​ສະພາ​ແຫ່ງ​ຊາດ​ຈະ​ອີງ​ໃສ່​ຂໍ້​ມູນ​ຂ່າວ​​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ໝາກຜົນ​ແຫ່ງ​ຄວາມ​ຮັບຜິດຊອບໜ້າ​ທີ່ວຽກ​ງານ ​ແລະ ຄູນ​ສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ; ບົດ​ລາຍ​ງານ​ສະພາບ​ການ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ບົດ​ລາຍ​ງານ​ຕ່າງໆ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ບົດ​ລາຍ​ງານ​ກ່ຽວ​ກັບວຽກ​ງານ​ຂອງ​ປະທານ​ປະ​ເທດ, ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ, ຜ່ານ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​ແຕ່​ສຳຄັນ​ກວ່າ​ໝູ່ ​ແມ່ນ​ຜ່ານ​ການ​ພິຈາລະນາ, ຕີ​ລາຄາ​ບົນ​ຈິດ​ໃຈ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ລວມ, ພາວະ​ວິ​ໄສ ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ“

ຂ່າວ/ບົດ​ອື່ນ