ສະພາແຫ່ງຊາດລັດເຊຍ-ຫວຽດນາມຮ່ວມມືສືບຕໍ່ພັດທະນາ

ສະພາແຫ່ງຊາດລັດເຊຍ-ຫວຽດນາມຮ່ວມມືສືບຕໍ່ພັດທະນາ - ảnh 1
ຮອງ​ປະ​ທານ​ສະ​ພາ​ສູງ​ລັດ​ເຊຍUmakhalov ຕ້ອນ​ຮັບທ່ານ ຫງວຽນ​ແທງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ
ພາບ:vov

(vovworld)-​ວັນ​ທີ 10/3, ຢູ່ ນຳ​ນັກ​ງານ​ສະ​ພາ​ສູງ​ລັດ​ເຊຍ ໄດ້​ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ Umakhalov, ຮອງ​ປະ​ທານ​ສະ​ພາ​ສູງ ລັດ​ເຊຍ ແລະ ທ່ານ ຫງວຽນ​ແທງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ ເພື່ອ​ແລ​ກ່​ປຽນ​ຂໍ້​ມູ​ນ​ຂ່າວ​ສານ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ປ​ະ​ທານ​ສະ​ພາ​ສູງ​ລັດ​ເຊຍ Umakhalov ຖື​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດຮອບ​ດ້ານ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ລັດ​ເຊຍ ຊົມ​ເຊ​ີຍ ແລະ ສະ​ຫນັບ​ສະ​ຫນູນ​ເລື່ອງ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU132) ແລະ ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ມາ​ເຂົ້າ​ຮ່ວມ. ທ່ານ​ຮອງ​ປະ​ທານ​ສະ​ພາ​ສູງ​ລັດ​ເຊຍ Umakhalov ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ວ່າ ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ຈະ​ຈັດ​ຕັ້ງ​ເຫດ​ການ​ສຳ​ຄັນ​ຍິ່ງ ນັ້ນ​ແມ່ນ IPU 132. ຄະ​ນະ​ຜູ້​ແທນ​ສະ​ພາ​ສູງ ລັດ​ເຊ​ຍ ພວມ​ຕັ້ງ​ຫນ້າ​ກະ​ກຽມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ.  ​​ເລື່ອງປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ສູງ​ລັດ​ເຊຍຈະ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ສູງ​ລັດ​ເຊຍ​ເຂົ້າ​ຮ່ວມ​ເຫດ​ການນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໂດຍ​ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ.”  

ຂ່າວ/ບົດ​ອື່ນ