ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບເສດຖະກິດ, ສັງຄົມ

ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບເສດຖະກິດ, ສັງຄົມ - ảnh 1
ສະພາ​ແຫ່ງ​ຊາດ​​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງຄົມ
(ພາບ: VTV News)


(vovworld) – ຕອນ​ເຊົ້າ​ວັນ​ທີ 31/10, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ, ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ປີ 2014 ​ແລະ ໜ້າ​ທີ່​ປີ 2015. ​ໃນ​ວາລະ​ປຶກສາ​ຫາລື​ຄັ້ງ​ນີ້, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ສະ​ເໜີ​​ລັດຖະບານ ຕ້ອງ​ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ ​ເພື່ອ​ແນ​ໃສ່​ແກ້​ໄຂຄວາມ​ຫຍຸ້ງຍາກ​ໃຫ້​​ແກ່ວິສາ​ຫະກິດ; ຈຳກັດ​ສະພາບ​ໜີ້​ສາ​ທາ​ລະນະ; ອະທິ​ປາຍ​ສາຍ​ເຫດຍ້ອນ​ຫຍັງ​ສະມັດ​ຕະພາບ​ແຮງ​ງານ​ຕໍ່າ…

        ຕາມ​ບົດ​ລາຍງານຂອງ​ລັດຖະບານ, ​ໃນ​ສະພາບ​ເສດຖະກິດ​ໂລກ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ຍັງ​ມີບັນດາ​ຈຸດ​ສະ​ຫວ່າງ​ສະ​ໄຫວຢູ່. ທ່ານ ຫງວຽນ​ດຶກ​ກຽນ, ສະມາຊິກ​ສະພາ​ແຫ່ງຊາດ​ແຂວງ ຊອກ​ຈັງ ຖື​ວ່າ.

        “ປີ 2014 ​ແມ່ນ​ປີ​ທຳ​ອິດ​ພວກ​ເຮົາ​ຄາດ​ຄະ​ເນ 14 ມາດຖານ, ພວກ​ເຮົາ​ບັນລຸ​ໄດ້ 13 ມາດຖານ. ທີ 2 ​ແມ່ນຄວາມ​ສາມາດ​ປ່ອຍ​ທຶນ​ຈາກ​ແຫຼ​່ງທຶນ​ໜູນ​ຊ່ວຍ​ພັດທະນາ​ເປັນ​ທາງ​ການ ODA ​ແລະ ທຶນ​ຈາກ​ພັນທະບັດ​ລັດຖະບານ, ​ເງິນ​ລົງທຶນ​ພາກ​ລັດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທີ 3 ​ແມ່ນ, ພວກ​ເຮົາ​ໄດ້​​ຈຳ​ໜ່າຍ​ພັດທະ​ບັດ​ດ້ວຍ​ຈຳນວນ​ຫຼາຍ​ເພື່ອ​ຫັນ​ໜີ້, ​ເຮັດ​ໃຫ້​ຫຼຸຸດຜ່ອນ​ຄວາມ​ກົດ​ດັນ​​ຈາກ​ກາ​ນ​ຊຳ​ລະໜີ້​ໃນ​ຊຸມ​ປີ​ຕໍ່​ໄປ. ທີ 4 ​ແມ່ນ, ​ໃນ 3 ປີຜ່ານມາ, ພວກ​ເຮົາ​ຮັບປະກັນ​ໄດ້​ຄ່າເງິນ​ດົງ, ​ເຮັດ​ໃຫ້​ບັນດາ​ນັກ​ລົງທຶນ​ມີ​ຄວາມເຊື່ອ​ໝັ້ນກວ່າ ​ແລະ ຮັບປະກັນ​ຕະຫຼາ​ດ​ເງິນຕາ”.

        ສິ້ນ​ສຸດການ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ​ເປັນ​ເວລາ 1 ໝື້​ເຄິ່ງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໃຫ້​ຮູ້​ວ່າ, ປີ 2015 ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ແຜນການ 5 ປີ, ​ແມ່ນ​ປີ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ຫວຽດນາມ ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ. ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ລັດຖະບານ​ກວດກາ​ຄືນ​ລະບົບ​ມາດຖານ ​ແລະ ບັນດາ​ກຸ່ມ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ຢ່າງ​ລະອຽດ​ກວ່າ, ຄາດ​ຄະ​ເນ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ, ກຳນົດ​ຈຸດໝາຍ​ໃຫ້​ເໝາະ​ສົມ, ​​ແທດ​ຈິງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ