ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບເສດຖະກິດ-ສັງຄົມປະເທດ

ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບເສດຖະກິດ-ສັງຄົມປະເທດ - ảnh 1
ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​
ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸ​ດທີ 13
(ພາບ: mof.gov.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 3/11 ຢູ່​ຮ່າ​ໂນ້ຍ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸ​ດທີ 13 ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແລະ ​ແຜນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016. ສະມາ​ຊິກສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຖື​ວ່າ: ລັດຖະບານ​ຄວນ​ສືບ​ຕໍ່​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ໃນ 3 ຂົງ​ເຂດ​ຈຸດ​ສຸ​ມ​ແມ່ນ: ການ​ລົງທຶນ​ພາກ​ລັດ, ສ້າງ​ໂຄງ​ປະກອບລະບົບ​ທະນາຄານ ​ແລະ ບັນດາ​ກຸ່ມ​ບໍລິ​ສັດ​ເສດຖະກິດ​ຄືນ​​ໃໝ່. ສ້າງ​ໂຄງ​ປະກອບ​ຂະ​​ແໜງ​ກະສິກຳ​ຄືນ​ໃໝ່​ກໍ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ໄລຍະ 2016 – 2020. ທ່ານ ທ່າວ​ຮົ່ງ​ເຊີນ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ຮ່າ​ຢາງ ປະກອບ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ສະ​​ເໜີ​ສະພາ​ແຫ່ງ​ຊາດ, ລັດຖະບານ​ປັບ​ປຸງແຜນກຳນົດ​ເຂດ​ໂດຍ​ໄວ, ​ເພື່ອຖື​ແຜນກຳນົດ​ເຂດ​ເປັນ​ພື້ນ​ຖານ​ເອກະ​ພາບ, ຄຸ້ມ​ຄອງ​​ ພື້ນຖານ​ເສດຖະກິດ​, ​ເຂດ ​ແລະ ລະຫວ່າງ​ເຂດທັງ​ໝົດ. ພ້ອມ​ທັງ ສືບ​ຕໍ່​ຍູ້​ແຮງ, ພັດທະນາ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ, ສ້າງ​ກຳລັງ​ໜູນ​​ດຶງດູດ ​ແລະ ​

​ພັດທະນາ​ເຖິງ​ບັນດາ​ເຂດ​ເສດຖະກິດ​ພັດທະນາ​ໃນ​ລະດັບ​ຕ່ຳ ​ແລະ ພື້ນຖານ​ເສດຖະກິດ ທັງ​ໝົດ​”       .

        ບັນດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ກໍ​ປະກອບ​ຄຳ​ເຫັນ​​ໃຫ້ລັດຖະບານ​ສືບ​ຕໍ່​ແກ້​ໄຂ​ໜີ້ສິນ​ກຳມະສິດ​ລະຫວ່າງ​ບັນດາ​ລັດ​ວິ​ສາ​ຫະກິດກຸ່ມ​ບໍລິສັດ​ແຫ່ງ​ລັດ, ຈັດ​ແບ່ງ​ແຫຼ່ງຊັບພະຍາກອນ​ຄືນ​ໃໝ່​ຈາກ​ບັນດາ​ຂົງ​ເຂດ​ທີ່​ບັນລຸປະສິດທິ​ຜົນ​ໃນ​ລະດັບ​ຕ່ຳສູ່​ຂົງ​ເຂດ​ທີ່​ບັນລຸປະສິດທິ​ຜົນສູງ​ກ່ວາ. ທ່ານ ບູຍ​ແມ້ງ​ຮຸ່ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ບິ່ງ​ເຟືອ​ກ ຊີ້​ແຈ້ງ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​​ບົດ​ລາຍ​ງານວ່າ: ​ລັດຖະບານຕ້ອງ​ເພີ່ມ​ເຕີມ​​ຂໍ້​ສະ​ເພາະ​ໜຶ່ງ​ອີກ ​ເພື່ອ​ການຕີ​ລາຄາ, ​ໄຈ້​ແຍກ​ຮອບດ້ານ​ການຄຸ້ມ​ຄອງ, ການຂຸດ​ຄົ້ນ ​ແລະ ການນຳ​ໃຊ້​ບັນດາ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ສັງຄົ​ມຢ່າງ​ມີ​ປະສິດທິ​ຜົນ” .

ຂ່າວ/ບົດ​ອື່ນ