ສະພາແຫ່ງຊາດສຸມໃສ່ວຽກງານສ້າງກົດໝາຍ
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 13
(ພາບ: baogiaothong)
(vovworld) – ຕອນບ່າຍວັນທີ 1/6, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍຈັດຕັ້ງອຳນາດການປົກຄອງທ້ອງ ຖິ່ນ. ນີ້ແມ່ນໂຄງການສຳຄັນ ດຶງດູດຄວາມສົນໃຈຈາກສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຫລາຍເປັນຈຳນວນຫລາຍ. ຮ່າງກົດໝາຍຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ໄດ້ຮັບການສ້າງຂຶ້ນ ເພື່ອຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເຄື່ອນໄຫວ ຢ່າງມີປະສິດທິຜົນ, ມີຜົນສັກສິດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໃນການສ້າງ ແລະ ຕິດຕາມກວດກາການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ. ສະມາຊິກສະພາແຫ່ງຊາດສ່ວນຫລາຍເປັນເອກະພາບຕໍ່ຫລາຍເນື້ອໃນທີ່ລະ ບຸໄວ້ໃນຮ່າງກົດໝາຍ ແຕ່ສຳລັບຂອບເຂດປັບປຸງ ແລະ ຈັດແບ່ງຫນ້າທີ່, ສິດອຳນາດຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຍັງມີຫລາຍຄຳເຫັນ ແຕກຕ່າງກັນ. ກ່ຽວກັບຂອບເຂດປັບປຸງ, ບັນດາສະມາຊິກສະພາແຫ່ງຊາດ ສະເຫນີ ຄວນກຳນົດຫົວຫນ່ວຍບໍລິຫານ - ເສດຖະກິດພິເສດໃຫ້ຈະແຈ້ງກວ່າເກົ່າ.
ກ່ອນຫນ້ານັ້ນ ຕອນເຊົ້າວັນທີວັນທີ 1/6, ຢູ່ຫໍປະຊຸມສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ແລະ ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍນີ້. ຕອນບ່າຍສະພາແຫ່ງຊາດຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍນີ້.
ໃນສັບປະດານີ້, ສະພາແຫ່ງຊາດຈະສະຫງວນເວລາສ່ວນຫຼາຍໃຫ້ວຽກງານສ້າງກົດໝາຍ. ບັນດາຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ປະກອບຄວາມເຫັນລວມມີ: ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍອົງການສືບສວນຄະດີອາຍາ; ຮ່າງກົດໝາຍວ່າດ້ວຍການຈັບຕົວ, ກັກຂັງຊົ່ວຄາວ; ຮ່າງກົດໝາຍວ່າດ້ວຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍເດີນທະເລຂອງຫວຽດນາມ; ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ; ຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ; ຮ່າງກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານ; ຮ່າງກົດໝາຍວ່າດ້ວຍການສະຕິຖິ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ (ສະບັບປັບປຸງ).