ສະພາແຫ່ງຊາດສະເໜີຫຼາຍມາດຕະການພັດທະນາເສດຖະກິດໃນໄລຍະໃໝ່

ສະພາແຫ່ງຊາດສະເໜີຫຼາຍມາດຕະການພັດທະນາເສດຖະກິດໃນໄລຍະໃໝ່ - ảnh 1
ສ​ຊ​ຊ ປຶກ​ສາ​ຫາ​ລື​​ຢູ່​ໜ່ວຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 22/10, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ ຫວຽດນາມ​ຊຸດ​ທີ 14, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ປຶກສາ​ຫາລື​ຢູ່​ໜ່ວຍ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016, ​ແຜນການ​ປີ 2017; ປຶກສາ​ຫາລື​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ໄລຍະ 2016-2020. ຕີ​ລາຄາ​ລວມຂອງ ສສຊ ຫຼາຍ​ທ່ານ​ຖື​ວ່າ, ປີ 2016, ລັດຖະບານ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ທີ່​ສຸດ​ໃນ​ການ​ຄຸ້ມ​ຄອງ, ບໍລິຫານ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊອກ​ຫາ​ມາດ​ຕະການ​ເພື່ອ​ພັດທະນາ​ໃນ​ສະພາບ​ເສດຖະກິດ​ທົ່ວ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເສດຖະກິດ, ສັງຄົມ ​ແລະ ສະພາບ​ ​ແວດ​ລ້ອມພາຍ​ໃນ​ປະ​ເທດ​ປະສົບ​ກັບ​ການ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ. ບັນດາ ສສຊ ກໍ່​ເຫັນ​ດີ​ເຫ​ັນພ້ອມ​ກັບ​ທິດ​ທາງ, ​​ແນວ​ຄວາມ​ຄິດ​ໃນ​ການ​ບໍລິຫານ​ຂອງ​ລັດຖະບານ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ສະ​ເໜີ​ບາງ​ໜ້າ​ທີ່​ຈຸດ​ສຸມ. ທ່ານ ດິງຕ໋ຽນຢຸງ, ລັດຖະມົນຕີ​ກະຊວງ​ການ​ເງິນ, ສສຊ ​ແຂວງ ນິງບິ່ງ, ຖື​ວ່າ​ໃນ​ສອງ​ເດືອນ​ທ້າຍ​ປີ ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ, ລັດຖະບານ​ຄວນ​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ນີ້:

        “ສຸມ​ໃສ່ປ່ອຍ​ເງິນ​ກໍ່ສ້າງ​ພື້ນຖານ. ພ້ອມ​ນັ້ນ​ແມ່ນ​ສືບ​ຕໍ່​ຍູ້​ແຮງ​ການ​ຊອກ​ຫາ​ຕະຫຼາດ​ສົ່ງ​ອອກ, ທີ​ສາມ​ແມ່ນ​ຄວບ​ຄຸມ​ສິນຄ້າ​ປອມ, ສິນຄ້າ​ບໍ​ມີ​ຄຸນ​ນະພາ​ບ ​ແລະ ຕ້ານ​ການ​ຄ້າ​ເຖື່ອນ, ການ​ສໍ້​ໂກງ​ດ້ານ​ການ​ຄ້າ. ທີ​ສີ່​ແມ່ນ​ປະຕິບັດ​ກົດ​ລະບຽບ​ວິ​ໃນ​ດ້ານ​ການ​ເງິນ​ຢ່າງ​ເຂັ້ມ​ງວດ.

        ທ່ານ ຫງວຽນ​ດຶກ​ກຽນ ສສຊ ​ແຂວງ​ຊອກ​ຈັງ, ມີ​ຄວາມ​ເຫັນ​ວ່າ:

        “ລັດຖະບານ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ​ໂດຍ​ໄວ ​ເພື່ອ​ຖອນ​ເງິນ​ອອກ. ນອກ​ນັ້ນ​ຕ້ອງ​ປະຕິບັດ​ສຳ​ເລັດ 3 ຂົງ​ເຂດ​ສ້າງ​ໂຄງ​ປະກອບ ​ເຊິ່ງກອງ​ປະຊຸມ​ສູນ​ກາງ​ທີ 4 ຊຸດ​ທີ 11 ​ແລະ ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ເຕື້ອງ​ເຖິງ ​ໂດຍ​ໄວ. ​ເຮັດ​ໄດ້​ຄື​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ​ເຂົ້າ​ກັບ​ສາກົນ​ໄດ້​ດີ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ມື້​ນີ້, ບັນດາ ສສຊ ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໄລຍະ 2016-2020. ຕີ​ລາຄາ​ກ່ຽວ​ກັບ​ແຜນ​ຮ່າງ​ນີ້, ທ່ານ​ ເຈິ່ນຮ່ວາງ​ເງິນ, ສສຊ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “ຄຽງ​ຂ້າງ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ພາກ​ລັດ, ການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິນ​ເຊື່ອ, ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ​ລັດ​ວິ​ສາ​ຫະກິດ, ພວກ​ເຮົາ​ຍັງ​ສ້າງ​ໂຄງ​ປະກອບ​ທະນາຄານ​ແຫ່ງ​ລັດ​ອີກ. ສິ່ງ​ດັ່ງກ່າວ​​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ນຳ​ໃຊ້​ທຶນ, ນຳ​ໃຊ້​ພາສີ​ອາກອນ​ຂອງ​ປະຊາຊົນ. ນອກ​ນັ້ນ​ແຜນ​ຮ່າງ​ຍັງ​ລົງ​ເລິກ​ເລື່ອງ​ຈັດ​ແບ່ງ​ແຫຼ່ງກຳລັງ, ສຸມ​ໃສ່​ບັນດາ​ພາກ​ພື້ນ, ຂົ​ງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ເຮັດ​ຄື​ແນວ​ນັ້ນ​ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ພື້ນຖານ​ເສດຖະກິດ“.

        ຕອນ​ບ່າຍ​ວັນ​ທີ 22/10, ບັນດາ ສສຊ ສືບ​ຕໍ່​ປຶກສາ​ຫາ​ລື​ກ່ຽວ​ກັບ​ແຜນການ​ການ​ເງິນ​ໄລຍະ 5 ປີ; ຄາດໝາຍ, ທິດ​ທາງ​ລະດົມ, ນຳ​ໃຊ້​ທຶນ​ກູ້​ຢືມ ​ແລະ ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ ​ໄລຍະ 2016-2020; ​ແຜນການ​ລົງທຶນພາກ​ລັດ​ໄລຍະ​ກາງ 2016-2020; ຜົນ​ແຫ່ງ​ການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ​ປີ 2016; ​ແຜນ​ຮ່າງ​ງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2017.


ຂ່າວ/ບົດ​ອື່ນ