ສະພາແຫ່ງຊາດຫວຽດນາມ ແລະ ສິງກາໂປ ເພີ່ມທະວີການຮ່ວມມື

ສະພາແຫ່ງຊາດຫວຽດນາມ ແລະ ສິງກາໂປ ເພີ່ມທະວີການຮ່ວມມື - ảnh 1
ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮິ່ງງອກ​ເຊີນ ແລະ ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ສິງ​ກາ​​ໂປ Halimah Yacob
(ພາບ: Kim Yến/Vietnam+)

(vovworld) – ​ໃນ​ການ​ຕ້ອນຮັບ​ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຮິ່ງງອກ​ເຊີນ ທີ່​ພວມ​​ຢ້ຽມຢາມ ສິງ​ກາ​ໂປ​ໃນ​ວັນ​ທີ 30/7, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ສິງ​ກາ​​ໂປ Halimah Yacob ສະ​ແດງ​ຄວາມ​ປາດ​ຖະໜາ​ຢາ​ກຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ບໍ່​ພຽງ​ແຕ່​ໃນ​ການ​ພົວພັນ 2 ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ການ​ພົວພັນ​ຫຼາຍ​ຝ່າຍ​ອີກ​ດ້ວຍ. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ສິງ​ກາ​​ໂປ Halimah Yacob  ​ເນັ້ນ​ໜັກ​ວ່າ: ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ສົມທົບກັນ ຢູ່​ສະພາ​ລັດຖະສະພາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (AIPA) ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ອື່ນໆ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮິ່ງງອກ​ເຊີນ ຢືນຢັນວ່າ ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ AIPA, ​ໃນ​ນັ້ນ​ມີ ສິງ​ກາ​ໂປ​, ​ເພື່ອ​ສ້າງຕັ້ງ​ປະຊາ​ຄົມ ອາ​ຊຽນ ສາມັກຄີ ​ແລະ ພັດທະນາ​ໃນ​ປີ 2015.

        ​ໃນ​ການ​ເຮັດ​ວຽກ​ຢູ່ ສິງ​ກາ​ໂປ ​ແຕ່​ວັນ​ທີ 29 – 30/7, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮິ່ງງອກ​​ເຊີນ ​ໄດ້ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ທ່ານຮອງ​ຫົວໜ້າ​ກຳ​ມະ​ທິການ​ສະພາ​ແຫ່​ງຊາດ​ຂອງ​ລັດຖະບານ ກ່ຽວ​ກັບ​ປ້ອງ​ກັນຊາ​ດ ​ແລະ ການ​ຕ່າງປະ​ເທດ Ellen Lee.

ຂ່າວ/ບົດ​ອື່ນ