ສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດໂມຊຳບິກມານະພະຍາຍາມເພີ່ມທະວີການຮ່ວມມື

ສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດໂມຊຳບິກມານະພະຍາຍາມເພີ່ມທະວີການຮ່ວມມື - ảnh 1
(ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ແລະ​ສະ​ພາ​ແຫ່ງ​ຊາດ​ໂມ​ຊຳ​ບິກ
​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື)


(vovworld) - ​ ​ວັນ​ທີ 05/04, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຕ່ອງ​ທິ​ຟ​໋ອງ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ນາງ Ines Martins, ຫົວ​ໜ້າ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ປະ​ຊາ​ຄົມ ແລະ ​ການຮ່ວມ​ມື​ສາະ​ພາ​ແຫ່ງ​ຊາດ​ໂມ​ຊຳ​ບິກ, ພ້ອ​ມ​ດ້ວຍຄະ​ນະ​ຜູ້​ແທນ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັ​ບ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແ​ຫ່ງ​ຊາດ​ຕ່ອງ​ທິ​ຟ໋ອງ ເນັ້ນ​ໜັ​ກວ່າ, ຄວາມ​ສາ​ມາດ​​ບົ່ມ​ຊ້ອມ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ກ​ະ​ສິ​ກຳ ແລະ ນ້ຳ​ມັນ​ອາຍ​ແກັດ… ສະ​ນັ້ນ, 2 ຝ່າຍ​ຕ້ອງ​​ຊຸກຍ​ູ້​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ, ການ​ເຄື່ອນ​ໄຫວ​ພົວ​ພັ​ນ​ຕ່າງ​ປະ​ເທດ ແລະ ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ກວ່າ​ອີກ ເພື່ອ​ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ​ສານ ແລະ ເພີ່ມ​ທະ​ວ​ີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ທຸກ​ຂ​ົງ​ເຂດ. ​ສ່ວນ​ທ່​ານ​ນາງ Ines Martins ໃຫ້​ຮູ້​ວ່າ, ການ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ຄະ​ນະ​ແມ່ນ​ເພື່ອ​ແນ​ໃສ່​​ປະ​ກອບ​ສ່ວນເພີ່ມ​ທະ​​ວີ​ການ​​ພົວພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ​ກວ່າ​ອີກ, ພ້ອມ​ທັງ​ສົ​ມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ກະ​ກຽ​ມ​ໃຫ້​ແກ່​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໂມ​ຊຳ​ບິກ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາງ Ines Martins ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຈະ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ