ສະພາແຫ່ງຊາດຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມື

ສະພາແຫ່ງຊາດຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມື - ảnh 1
ທ່ານຮອງ​ປະທານ​ຜູ້​ທີ 1 ສະພາ​ແຫ່ງ​ຊາດ  Antonio Amelia
ຕ້ອນຮັບ ຄະນະ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ ຫວຽດນາມ
(ພາບ: dangcong.vn)

(vovworld) - ​ໃນ​ລະຫວ່າງວັນ​ທີ 10 – 13/12, ຄະນະ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ​ໂງ​ດຶກ​ແມ້ງ, ຮອງ​ຫົວ​ໜ້າ​ກຳມາ​ທິການ​ເປັນ​ຫົວ​ໜ້າ​ຄະນະ, ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສາທາລະນະ​ລັດ ໂມ​ຊຳ​ບິ​ກ. ທີ່​ນະຄອນຫລວງ Maputo, ຄະນະ​ໄດ້​ພົບ​ປະ​ກັບ​ທ່ານຮອງ​ປະທານ​ຜູ້​ທີ 1 ສະພາ​ແຫ່ງ​ຊາດ ໂມ​ຊຳ​ບິ​ກ Antonio Amelia; ​ເຈລະຈາ​ກັບ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ໂມ​ຊຳ​ບິ​ກ; ​ເຮັດ​ວຽກ​ກັບ​ທ່ານ​ນາງ Nylyeti Mondlane ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ.

        ທີ່​ບັນດາ​ການ​ເຮັດ​ວຽກ ​ແລະ ພົບ​ປະ, 2 ຝ່າຍ​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ປັບປຸງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສະພາ​ແຫ່ງ​ຊາດ, ລັດ, ລັດຖະບານ ​ແລ​ະ ປະຊາຊົນ 2 ປະ​ເທດ. ທ່ານ​ຮອງ​ປະທານ​ຜູ້​ທີ 1 ສະພາ​ແຫ່ງ​ຊາດ ໂມ​ຊຳ​ບິ​ກ Nylyeti Mondlane ປາດ​ຖະໜາ​ວ່າ: ຫວຽດນາມ ສືບ​ຕໍ່​ສະໜັບສະໜູນ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ, ກໍ່ສ້າງ​ກຸ່ມ​ກ້ອນ​ສາມັກຄີທັງ​ຊາດ ​ແລະ ພັດທະນາ​ເສດຖະກິດ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ໄດ້​ເຫັນ​ດີ​ເພີ່​ມທະວີວຽກ​ງານ​ແລກປ່ຽນ​ຄະນະ, ພົບ​ປະລະ​ຫວ່າງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢູ່ 2 ປະ​ເທດ ​ແລະ ​ໃນ​ບັນດາ​ເວທີ​ປາ​ໄສລະຫວ່າງ​ລັດຖະສະພາ​ສາກົນ.

ຂ່າວ/ບົດ​ອື່ນ