ສະພາແຫ່ງຊາດອັງກິດກຳນົດຈຸດເວລາປ່ອນບັດກ່ຽວກັບຂໍ້ຕົກລົງ Brexit

(VOVWORLD) -ວັນທີ 26 ພະຈິກ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ແຈ້ງວ່າ, ບັນດາສະມາຊິກລັດຖະສະພາຂອງປະເທດນີ້ ຈະດຳເນີນການປ່ອນບັດທີ່ສຳຄັນໃນວັນທີ 11 ທັນວາ

ກ່ຽວກັບຂໍ້ຕົກລົງ ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit, ເຊິ່ງເຄີຍໄດ້ຮັບຄວາມເຫັນດີຈາກການນຳ EU. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ, ທ່ານນາງ May ໃຫ້ຮູ້ວ່າ, ໃນວັນທີ 11 ທັນວາ, ສະພາແຫ່ງຊາດຈະຕ້ອງຍົກອອກຂໍ້ຕົກລົງກ່ຽວກັບເລື່ອງ ສະໜັບສະໜູນ ຫຼື ຄັດຄ້ານໝາກຜົນໃນການລົງປະຊາມະຕິຂອງປະຊາຊົນອັງກິດ ກ່ຽວກັບບັນຫາ Brexit.

        ແລະກໍ່ໃນວັນດຽວກັນ, ໂຄສົກການເມືອງຂອງທ່ານນາງລັດຖະມົນຕີອັງກິດ ໃຫ້ຮູ້ວ່າ, ທ່ານນາງ May ຍັງມີຄວາມເຊື່ອໝັ້ນວ່າຈະໄດ້ຮັບການສະໜັບສະໜູນຂອງສະພາແຫ່ງຊາດສຳລັບຂໍ້ຕົກລົງ Brexit ດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ການນຳພັກແຮງງານ Jeremy Corbyn ຖືວ່າ, ເພື່ອໃຫ້ດີທີ່ສຸດສຳລັບປະເທດອັງກິດ, ສະພາແຫ່ງຊາດປະເທດນີ້ ມີທາງເລືອກໜ້ອຍທີ່ສຸດນອກຈາກເລື່ອງປະຕິເສດຂໍ້ຕົກລົງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ