ສະພາແຫ່ງຊາດອັງກິດຍັງບໍ່ເຫັນດີກ່ຽວກັບແຜນການບຸກໂຈມຕີທາງອາກາດຕ້ານISຢູ່ຊີຣີ

ສະພາແຫ່ງຊາດອັງກິດຍັງບໍ່ເຫັນດີກ່ຽວກັບແຜນການບຸກໂຈມຕີທາງອາກາດຕ້ານISຢູ່ຊີຣີ - ảnh 1
(ພາບປະກອບ)

(vovworld) – ​​ ​ໃນ​ວັນ​ທີ 29/11 ທ່ານ Michael Fallon ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ອັງກິດ ​ໃຫ້​ຮູ້​ວ່າ: ລັດຖະບານ ອັງ​ກິດ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສະໜັບສະໜູນຢ່າງ​ພຽງພໍ​ຈາກ​ບັນດາ​ສະມາຊິກ​ສະພາ​ຕ່ຳ ​ເພື່ອ​ຮັບຮອງ​ເອົາ​ແຜນການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ບັນດາ​​ເປົ້າໝາຍໝາຍ​ຂອງ​ອົງການ​ລັດ​ອິດສະ​ລາມ (IS) ຢູ່ ຊີຣີ. ​​ເມື່ອ​ຕອບ​ສຳພາດຕໍ່​ສື່​ມວນ​ຊົນ ອັງກິດ (BBC), ທ່ານ​ລັດຖະມົນຕີ Michael Fallon ​ໃຫ້​ຮູ້​ວ່າ:​ໄດ້​ໂອ້​ລົມ​ກັບ​ບັນດາ​ສະມາຊິກ​​ຝ່າຍ​ຄ້ານ​ແຮງ​ງານ ​ແລະ ພວມ​ສືບ​ຕໍ່​ສ້າງ​ພື້ນຖານ​ໃຫ້​ແກ່​ແຜນການ​ນີ້. ທ່ານ​ລັດຖະມົນ​ທີ Michael Fallon ຍອມຮັບ​ວ່າ ແຜນການ​​ຍາກ​ທີ່ຈະ​ໄດ້ຮັບຮອງ​ເອົາ ຖ້າວ່າ​ພັກ​ແຮງ​ງານຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ພາຍ​ໃນ​ພັກ​ປ່ອນ​ບັດ​ຄັດຄ້ານ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່ ຊີຣີ. ຄາດ​ຄະ​ເນ​ວ່າ: ສະພາ​ຕ່ຳ ອັງກິດ ຈະ​ປ່ອນ​ບັດ​ກ່ຽວ​ກັບ​ບັນຫາ​ນີ້ ​ໃນ​ອາທິດ​ໜ້າ, ​ແຕ່​​ລັດຖະບານ ອັງກິດ ຖະ​ແຫຼ​ງວ່າ ຈະ​ບໍ່​ນຳ​ເອົາ​ບັນຫາ​ປ່ອນ​ບັດ ມາ​ຮັບຮອງ​ຖ້າ​ບໍ່​ແນ່ນອນ.




ຂ່າວ/ບົດ​ອື່ນ