ສະພາແຫ່ງຊາດອັດກິດຈະປ່ອນບັດກ່ຽວກັບ Brexit ໃນວັນທີ 14 ມັງກອນ 2019

(VOVWORLD) -ວັນທີ 17 ທັນວາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຮູ້ວ່າ, ທ່ານນາງຈະຍົກອອກຂໍ້ຕົກລົງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ), ຫຼື ເອີ້ນວ່າ Brexit, ຂຶ້ນສະພາແຫ່ງຊາດອີກຄັ້ງໜຶ່ງເພື່ອປ່ອນບັດໃນກາງເດືອນມັງກອນ 2019

ສະພາແຫ່ງຊາດອັດກິດຈະປ່ອນບັດກ່ຽວກັບ Brexit ໃນວັນທີ 14 ມັງກອນ 2019 - ảnh 1 ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(ພາບ: THX/TTXVN)

ໂດຍໃຫ້ຄຳໝັ້ນສັນຍາຈະຍາດໄດ້ບັນດາການຮັບປະກັນຈາກອີຢູ ເພື່ອທຳລາຍສະພາບບໍ່ມີທາງອອກຄືໃນປະຈຸບັນທີ່ກ່ຽວຂ້ອງເຖິງ Brexit. ພາຍຫຼັງການນາບຂູ່ໃນນາທີສຸດທ້າຍຈາກພັກແຮງງານ ແນໃສ່ຮຽກຮ້ອງການປ່ອນບັດບໍ່ໄວ້ວາງໃຈທີ່ມີລັກສະນະເປັນສັນຍາລັກສຳລັບທ່ານນາງນາຍົກລັດຖະມົນຕີ ຖ້າຫາກບໍ່ຍົກອອກຈຸດເວລາຈັດການປ່ອນບັດກ່ຽວກັບ Brexit ຢູ່ສະພາແຫ່ງຊາດ, ທ່ານນາງ Theresa May ໃຫ້ຮູ້ວ່າ, ສະພາແຫ່ງຊາດຈະໂຕ້ວາທີກ່ຽວກັບຂໍ້ຕົກລົງດັ່ງກ່າວໃນເດືອນມັງກອນ 2019 ກ່ອນທີ່ຈະດຳເນີນການປ່ອນບັດໃນເວລາ 1 ອາທິດ, ນັບແຕ່ວັນທີ 14 ມັງກອນ 2019.

        ແລະກໍ່ໃນວັນດຽວກັນ, ໂຄສົກຂອງທ່ານນາຍົກລັດຖະມົນຕີອັງກິດ ຢັ້ງຢືນວ່າ, ທ່ານນາງ Theresa May ພວມກະກຽມແຜນການເພື່ອໃຫ້ລອນດອນ ຖອນຕົວອອກຈາກ ອີຢູ, ເຊິ່ງບໍ່ມີຂໍ້ຕົກລົງ “ລາອອກ” ຢ່າງລະອຽດລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ