ສະພາແຫ່ງຊາດຮັບຟັງໃບສະເຫນີຮ່າງກົດໝາຍວ່າດ້ວຍການປົກປັກຮັກສາແລະພັດທະນາປ່າ(ສະບັບປັບປຸງ)

(VOVWORLD)-ສືບຕໍ່ລາຍການເຮັດວຽກຂອງສະພາແຫ່ງຊາດ, ຕອນບ່າຍວັນທີ 6 ມີຖຸນາ, ສະພາແຫ່ງຊາດຮັບຟັງໃບສະເຫນີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍການປົກປັກຮັກສາ ແລະ ພັດທະນາປ່າ (ສະບັບປັບປຸງ) ແລະ ປຶກສາຫາລື ກ່ຽວກັບບາງເນື້ອໃນຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍພິທັກຮັກສາ. 

ສະພາແຫ່ງຊາດຮັບຟັງໃບສະເຫນີຮ່າງກົດໝາຍວ່າດ້ວຍການປົກປັກຮັກສາແລະພັດທະນາປ່າ(ສະບັບປັບປຸງ) - ảnh 1ທ່ານຫງວຽນຊວນເກືອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດສະເຫນີໃບສະເຫນີ

ພາບ:quochoi.vn

ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍການປົກປັກຮັກສາ ແລະ ພັດທະນາປ່າ (ສະບັບປັບປຸງ) ໄດ້ຢືນຢັນເລື່ອງປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາ ແລະ ພັດທະນາປ່າ ປີ 2004 ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອສືບຕໍ່ສ້າງພື້ນຖານກົດໝາຍໃຫ້ຄົບຊຸດ, ເປັນເອກະພາບບັນດາການເຄື່ອນໄຫວຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນຳໃຊ້ປ່າ, ດຳເນີນທຸລະກິດ, ປຸງແຕ່ງ ແລະ ຄ້າຂາຍເຄື່ອງປ່າຂອງໂດງ. ບັນດາເນື້ອໃນປຶກສາຫາລືຍັງມີຄຳເຫັນແຕກຕ່າງກັນ ແມ່ນສຸມໃສ່ເຂົ້າໃນຂອບເຂດປັບປຸງຂອງກົດໝາຍ, ການຈັດແບ່ງປະເພດປ່າ, ບັນດາຮູບການກຳມະສິດປ່າ, ກ່ຽວກັບເຈົ້າຂອງປ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ