ສະພາແຫ່ງຊາດຮັບຮອງ ເອົາກົດໝາຍວ່າດ້ວຍ ການປ້ອງກັນ ແລະ ດັບເພິງ

ສະພາແຫ່ງຊາດຮັບຮອງ ເອົາກົດໝາຍວ່າດ້ວຍ ການປ້ອງກັນ ແລະ ດັບເພິງ - ảnh 1
(ພາບປະກອບ)

(vovworld) - ຮ່າງ​ກົດໝາຍ​​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ດັບ​ເພິ​ງໄດ້​ຮັບ​ການ​ຮັບຮອງ​ເອົາ​ດ້ວຍ 100% ຈຳນວນ​ບັດ​ສະໜັບ​ສະ​ໜູນ. ກ່ອນ​ໜ້າ​ນັ້ນ, ​ເມື່ອ​ສະ​ເໜີ​ບົດ​ລາຍ​ງານ​ອະພິປາຍ​ຮັບ​ເອົາ​ຄຳ​ເຫັນຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະ​ບັບປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂ​ອງກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ດັບ​ເພິ​ງ, ທ່ານ​ຫົວໜ້າກຳ​ມາທິ​ການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ ຫງວຽນ​ກິມຄວາ ​ໃຫ້​ຮູ້​ວ່າ ຜ່ານ​ການ​ປຶກສາ​ຫາລື, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ໃຫ້​ເຈົ້າ​ຂອງ​ລົງ​ທຶນ​ບັນດາ​ກິດຈະກຳ​ກໍ່ສ້າງ ຕ້ອງ​ຮັກສາ, ມີ​ລົດ​ດັບ​​ເພິ​ງ. ບັນດາ​ອົງການ, ສ່ວນ​ບຸກຄົນ​ເຄື່ອນ​ໄຫວ​ຢູ່ຕາມບັນດາ​ເຂດ​ອຸດສາຫະກຳ​ຕ້ອງ​ມີ​ບັນດາກອງ​ປ້ອງ​ກັນ ​ແລະ ດັບ​​ເພິ​ງ​ສະ​ເພາະກິດ ​ແຕ່​ຕ້ອງ​ມີ​ມາດຖານ​ຢ່າງ​ລະອຽດ.

   ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະ​ຊຸມ ​ກ່ຽວ​ກັບສະພາບການ​ຜັນ​ຂະຫຍາຍປະຕິບັດ​ບັນດາກົດ​ໝາຍ, ມະຕິ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ.

  ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ຫໍ​ສະພາ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ

     ເພີ່ມ​ສິດ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ, ນຳ​ໃຊ້​ທີ່​ດິນ

 ນັ້ນ​ແມ່ນ​ເນື້ອ​ໃນ​ຊື່​ງ​ສະມາຊິກ​ສະພາ​ແຫ່ງ​ຊາດຫລາຍ​ທ່ານ​ເຕື້ອງ​ເຖິງ​ເມື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ ໃນຕອນ​ບ່າຍ​ວັນ​ທີ 22/11  ກ່ອນ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ວັນ​ທີ 29/11 ຈະມ​າ​ເຖິງ.

​ເມື່ອ​ເຕື້ອ​ງ​ເຖິງ​ສິດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່​ດິນ, ທ່ານ ​ລາງ​ອກທວ້າງ, ສສຊ ​ແຂວງ ກາວ​ບັ່ງ ສະ​ເຫ​ນີວ່າ: ຮ່າງ​ກົດໝາຍ​ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ​ກໍ​ຄື​ເວລາ​ລະອຽດ​ໃນ​ການ​ແກ້​ໄຂ​ບັນດາ​ຂໍ້ສະ​ເຫ​ນີ, ການ​ສ່ອງ​ແສງ​ຂອງ​ປະຊາຊົນ​ກ່ຽວ​ກັບ​ທີ່​ດິນ. ສ່ວນທ່ານ ຫງວຽນ​ງອກ​ເຟືອງ, ສສຊ ​ແຂວງ ກວ໋າງບີ​ງ ສະ​ເຫ​ນີວ່າ:

“​ຄວນ​ເພີ່ມ​ເຕີມ​ຄວາມ​ຮັບຜິດຊອບ​ຂອງ​ຂັ້ນ​ເມືອງ, ຕາ​ແສງ ​ໃນ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ເຂົ້າ​ຮ່ວມ​ການວາງ​​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ. ຍ້ອນ​ວ່າ: ທີ​ຫນຶ່ງ ໃນປະ​ຈຸ​ບັນ ​ໃນ​ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ ປະຊາຊົນ​ບໍ່​ໄດ້​ເຂົ້າ​ຮ່ວມ.ຈາກ​ຄວາມ​ຈິງ​ເມື່ອ​ພວກ​ຂ້າພະ​ເຈົ້າ​ໄປ​ທາ​ບທາມ​ຄຳ​ເຫັນ​ກັບ​ວົງ​ຄະນາ​ຍາດ​ໄດ້​ເຫັນ​ວ່າ ປະຊາຊົນ​ມີ​ຄວາມ​ຕ້ອງການ​ຢາກ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ການວາງ​ແຜ​ນກຳນົດ​ນຳ​ໃຊ້​ທີ່​ດິນ ​ແລະ ​ໃນ​ຕົວ​ຈິງ​ມີ​ຫລາຍ​ໂຄງການ​ຖອນ​ຄືນ​ທີ່​ດິນ ປະຊາຊົນ​ບໍ່​ເຫັນ​ດີ​ເຫັນ​ພ້ອມ ​ເພາະ​​ເຂົ້າ​ເຈົ້າ​ບໍ່​ທັນ​ຮູ້ຈັກ​ເຖິງ, ບໍ່​ທັນ​ເຂົ້າ​ຮ່ວມ​ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ. ທີ​ສອງ ທີ່​ດິນ​ແມ່ນ​ກຳມະສິດ​ຂອງ​ທ່ົວ​ປວງ​ຊົນ ສະ​ນັ້ນ​ປະຊາຊົນ​ຕ້ອງ​ໄດ້​ເຂົ້າ​ຮ່ວມ​ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ແມ່ນ​ປະຕິບັດ​ໄດ້​ຈຸດໝາຍ​ປະຊາທິປະ​ໄຕ, ​ເປີດ​ເຜີຍ.”

​ທ່ີ​ວາລະ​ປຶກສາ​ຫາລື​, ບັນດາ​ບັນຫາ​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຊື່​ງບັນດາສສຊ ສືບ​ຕໍ່​ເຕື້ອງ​ເຖິງ​ຄື: ຂໍ້​ກຳນົດ​ກ່ຽວ​ກັບ​ລາຄາ​ທີ່​ດິນ, ກົນ​ໄກ, ບັນດາ​ກໍລະນີ​ຖອນ​ຄືນ​ທີ່ດິນ, ​ກຳນົດເວລາ​ມອບ​ທີ່​ດິນ​ກະສິກຳ​ໃຫ້​ແກ່​ຄອບຄົວ, ສ່ວນ​ບຸກຄົນ…

ຂ່າວ/ບົດ​ອື່ນ