ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍທະບຽນສານ(ສະບັບປັບປຸງ)

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍທະບຽນສານ(ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 7 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​​ເຊົ້າ​ວັນ​ທີ 20/6, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ, ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ປັບ​ປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ ຫວຽດນາມ.    

    ບົດ​ລາຍ​ງານ​ອະພິປາຍ, ຮັບ​ຟັງ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ (ສະບັບ​ປັບປຸງ) ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ຮັບຮອງ​ເອົາ​ຊີ້​ແຈ້ງວ່າ: ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ເຫັນດີຕໍ່​ຂໍ້​ກຳນົດກ່ຽວ​ກັບ​ຂອບ​ເຂດຄວາມ​ຮັບຜິດຊອບ​ຂອງທະບຽນສານທີ່​ມີ​ຕໍ່​ການ​ທະບຽບສານ​ເ​ອກະສາ​ນ​. ​ມີ​ບາງຄຳ​ເຫັນ​ເປັນຫ່ວງເປັນໃຫຍ່ຕໍ່​ຄວາມ​ສາມາດ​ເປັນ​ໄປ​ໄດ້​ຂອງ​ຂໍ້​ກຳນົດ​ກ່ຽວ​ກັບ​ເນື້ອ​ໃນ​ນີ້. ດັ່ງ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຂໍ​ສະພາ​ແຫ່ງ​ຊາດອະນຸຍາດໃຫ້ຮັກສາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງນັກທະບຽນສານ ແລະ ​ລະບຽບການເຮັດທະບຽບສານສຳລັບການແປພາສາ​ຄື​ໃນ​ຮ່າງ​ກົດໝາຍ.

    ຫຼັງ​ຈາກ​ນັ້ນ, ດ້ວຍ​ບັດ​ສະໜັບສະໜູນ​ສ່ວນ​ຫຼາຍ, ​ສະພາ​ແຫ່ງ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ ຮັບ​ຮອງ​ເອົາ​ກົດໝາ​ຍວ່າ​ດ້ວຍ​ທະບຽນ​ສານ. ສະບັບປັນປຸງ ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນດຽວ​ກັນ, ສະພາ​ແຫ່ງ​ຊາດ​ປຶ​ກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ ຫວຽ​ດນາມ.

ຂ່າວ/ບົດ​ອື່ນ