ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ

(VOVWORLD) - ໃນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະສັບ (ສະບັບປັບປຸງ).
ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ - ảnh 1

      ຕອນບ່າຍວັນທີ 23 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບການເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາ ປຊຊ ເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ວາລະປະຊຸມດຳເນີນໃນຂອບເຂດກອງປະຊຸມສະໄໝສາມັນເມື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ມະຕິສະແດງລັກສະນະສະເໝີຕົ້ນສະເໝີປາຍ ແລະ ຄົບຖ້ວນ ກ່ຽວກັບການນຳໃຊ້ໝາກຜົນ ເອົາບັດໄວ້ວາງໃຈ ຕໍ່ຄວາມຮຽກຮ້ອງເພີ່ມທະວີການກໍ່ສ້າງ, ປັບປຸງພັກ.

   ໃນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະສັບ (ສະບັບປັບປຸງ). ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ