ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບໂຄງການຕິດຕາມກວດກາປີ 2019

(VOVWORLD) -ວັນທີ 12 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ, ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2016
ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບໂຄງການຕິດຕາມກວດກາປີ 2019 - ảnh 1(ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບໂຄງການຕິດຕາມກວດກາປີ 2019)

ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງກົດໝາຍວ່າດ້ວຍການແກ່ງແຍ້ງ (ສະບັບປັບປຸງ); ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019; ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດ, ກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ).

      ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2016. ທ່ານຫົວໜ້າກຳມາທິການການເງິນ, ງົບປະທານຂອງສະພາແຫ່ງຊາດ ຫງວຽນດຶກຫາຍ, ເນັ້ນໜັກວ່າ.

      “ຄຳເຫັນຂອງສະມາຊິກສະພາແຫ່ງຊາດສ່ວນຫຼາຍລ້ວນແຕ່ຖືວ່າ, ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງປີການເງິນ 2016 ຍ້ອນ GDP ບໍ່ບັນລຸແຜນການທີ່ໄດ້ວາງອອກ ສະນັ້ນໄດ້ສົ່ງຜົນສະທ້ອນເຖິງລາຍຮັບ, ລາຍຈ່າຍ ແລະ ຄວາມດຸ່ນດ່ຽງງົບປະມານແຫ່ງລັດ, ລັດຖະບານໄດ້ຕັດສິນໃຈຊີ້ນຳການບໍລິຫານ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການຜະລິດດຳເນີນທຸລະກິດ ແລະ ປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ… ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກສະພາແຫ່ງຊາດກໍ່ຖືວ່າ ຍັງມີບາງບັນຫາຄົງຄ້າງ, ຈຳກັດ, ລັດຖະບານຄວນເອົາໃຈໃສ່ຊີ້ນຳການແກ້ໄຂ”.

      ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019, ໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຈະດຳເນີນການຕິດຕາມກວດກາສູງສຸດກ່ຽວກັບໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດປີ 2018; ບົດລາຍງານກ່ຽວກັບການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2017; ສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2019 ແລະ ຮັບຟັງບັນດາບົດລາຍງານອື່ນໆຂອງບັນດາອົງການທີ່ກ່ຽວຂ້ອງຕາມຂໍ້ກຳນົດຂອງກົດໝາຍ.

      ແລະກໍ່ໃນຕອນເຊົ້າວັນດຽວກັນ, ດ້ວຍຄຳເຫັນສ່ວນຫຼາຍເຫັນດີ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2016; ມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019; ກົດໝາຍວ່າດ້ວຍການແກ່ງແຍ້ງ (ສະບັບປັບປຸງ); ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດ ແລະ ກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ