ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບທີ່ສໍາຄັນຕໍ່ການພັດທະນາຂອງປະເທດຊາດ

(VOVWORLD) -ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີບບາງມາດຕາຂອງກົດໝາຍວ່າດ້ວຍດໍາເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ; ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ
ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບທີ່ສໍາຄັນຕໍ່ການພັດທະນາຂອງປະເທດຊາດ - ảnh 1ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບທີ່ສໍາຄັນຕໍ່ການພັດທະນາຂອງປະເທດຊາດ (ພາບ:quochoi.vn)

ຕອນເຊົ້າວັນທີ 14 ມິຖຸນາ, ດ້ວຍຄວາມເຫັນດີເຫັນພ້ອມເປັນສ່ວນຫຼາຍ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີບບາງມາດຕາຂອງກົດໝາຍວ່າດ້ວຍດໍາເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ; ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດື່ມເຫຼົ້າ, ເບຍ; ມະຕິວ່າດ້ວຍການໃຫ້ສັດຕະຍາບັນ ເລື່ອງເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ຂອງ ອົງການແຮງງານສາກົນ ກ່ຽວກັບການນໍາໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ການເຈລະຈາສັນຍາແຮງງານລວມໝູ່ ແລະ ມະຕິກ່ຽວກັບການສ້າງຕັ້ງຄະນະຕິດຕາມກວດກາຕາມຫົວເລື່ອງສະເພາະຂອງ ສະພາແຫ່ງຊາດຫວຽດນາມ ປີ 2020. ທ່ານ ຫງວຽນວັນເຢົ່າ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ຖືວ່າ:

        “ໃນສໍາເນົາເອກະສານຍື່ນສະເໜີກ່ຽວກັບ ສົນທິສັນຍາສະບັບເລກທີ 98 ນັ້ນ, ລັດຖະບານໄດ້ມີບົດລາຍງານຕີລາຄາກ່ຽວກັບຜົນກະທົບຂອງເລື່ອງເຂົ້າຮ່ວມສົນທິສັນຍາດ້ານການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມສະດວກ, ຂໍ້ຫຍຸ້ງຍາກຈໍານວນໜຶ່ງ ສໍາລັບຫວຽດນາມ ເມື່ອເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວ. ໂດຍຮັບເອົາຄໍາເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ສະເໜີລັດຖະບານ, ໃນວິວັດການຜັນຂະຫຍາຍ, ຈັດຕັ້ງປະຕິບັດສົນທິສັນຍາສະບັບດັ່ງກ່າວ ຄວນສືບຕໍ່ກວດກາຄືນໃໝ່, ຄົ້ນຄວ້າບັນດາຜົນກະທົບຂອງສົນທິສັນຍາສະບັບເລກທີ 98 ເພື່ອເປັນເຈົ້າການແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ຮັບປະກັນການປະຕິບັດສົນທິສັນຍາສະບັບດັ່ງກ່າວ ຢ່າງມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ