ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະຕ້ານການກໍ່ການຮ້າຍ

ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປ້ອງກັນ          ແລະຕ້ານການກໍ່ການຮ້າຍ - ảnh 1
ສສຊລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການ
ປ້ອງກັນແລະຕ້ານໄຟໄໝ້
ພາບ:TTXVN


(vovworld)- ວັນ​ທີ 12/6, ສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ດ້ວຍ​ບັດ​ເຫັນ​ດີ​ສ່ວນ​ຫລາຍ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ຮ່າ​ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ. ກົດໝາຍ​ສະບັບ​ນີ້​ໄດ້​ກຳນົດ​ວ່າ: ລັດຖະບານ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ, ຄະນະ​ຊີ້​ນຳ​ຂັ້ນ​ແຂວງ ​ແລະ ກຳລັງ​ສະ​ເພາະ​ກິດ​ຕ້ານ​ການ​ກໍ່​ການ​ຮ້າຍ​​ແມ່ນຂຶ້ນ​ກັບ​ກະຊວງ​ຕຳຫລວດ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ. ​ນອກ​ນັ້ນ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ດວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະຕ້ານ​ໄຟ​ໄໝ້ ​ແລະ ການ​ເຈລະຈາ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຂັ້ນ​ລັດຖະບານ​ເພື່​ອ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະ​ຍົບຢ່າງ​ເສລີ ​ແລະ ການ​ສົມລົດ​ໂດຍ​ບໍ່​ຈົດ​ທະບຽນ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ.

ຕອນ​ບ່າຍ​ວັນ​ດຽວ​ກັນແມ່ນເລີ່​ມຕົ້ນ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ສະມາຊິກ​ລັດຖະບານ 4 ທ່ານ, ນັ້ນ​ແມ່ນ ທ່ານ ກາວ​ດືກຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ,  ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ, ທ່ານ ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ແລະ ທ່ານ ຫງວຽນ​ຮ່ວາ​ບີ່​ງ ຫົວຫນ້າ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຈະ​ຕອບ​ຄຳ​ຊັກ​ຖາມ​ໃນ​ເວລາ 2 ມື້​ເຄິ່ງ.

        ກ່ອນ​ດຳ​ເນີນ​​ວາລະ​ຊັກ​ຖາມ, ຕາງຫນ້າ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ສ​ະ​ເຫ​ນີບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ. ​ໃນ​ບົດ​ລາຍ​ງານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ​ໄດ້​ເຕື້ອງ​ເຖິງ 4 ຂົງ​ເຂດ: ອຸດສາຫະກຳ​ການ​ຄ້າ, ທະນາຄານ, ສາທາລະນະ​ສຸກ ​ແລະ ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ຊັກ​ຖາມ​ໃນ​ສະ​ໄຫມ​ປະຊຸມ​​ຄັ້ງ​ກ່ອນ. ຄຽງ​ຄຸ່ກັນ​ນັ້ນ ​ແມ່ນ 22 ໝວດ​ຫນ້າ​ທີ່​ຊື່​ງລັດຖະບານ​ໄດ້​ຜັນ​ຂະຫຍາຍ. ​ເມື່ອ​ຕີ​ລາຄາ​ລວມກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ຊັກ​ຖາມ​ທີ່​ສະ​ໄຫມ​ປະຊຸມ​​ຄັ້ງ​ກ່ອນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ:

        “​ໃນ 6 ​ເດືອ​ນຜ່ານ​ມາ, ມີ​ຫລາຍ​ຂົງ​ເຂດ​ບັນລຸ​ໄດ້​ໝາກຜົນ​ດີ​ພໍ​ສົມຄວນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ບາງ​ຂົງ​ເຂດ​ຜັນ​ຂະຫຍາຍ​ຊັກ​ຊ້າ, ຕ້ອງ​ສືບ​ຕໍ່​ສຸມ​ໃສ່​ແກ້​ໄຂ​ຄື: ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຫນູນ​ຊ່ວຍ​ປະຊາຊົນ​​ຕັ້ງ​ຖີ່ນຖານຄືນໃຫມ່, ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ໂກງ​ການ​ຄ້າ, ສິນຄ້າ​ປ່ອມ, ສິນ​ເຊື່ອ​ບຸລິມະສິດ​ດ້ານ​ເຮືອນ​ຢູ່​ສັງຄົມ, ​ແກ້​ໄຂ​ຫນີ້​ເສຍ.”

 ພາຍຫລັງ​ນັ້ນ, ການ​ຕອ​ບຄຳ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶດຟາດ ສຸມ​ໃສ່​ວຽກ​ງານ​ຄຸ້ມຄອງລັດກ່ຽວ​ກັບ​ແນວ​ພັນ​ປູກ, ຝຸ່ນເຄມີ, ຫົວອາຫານ​ສັດ​ລ້ຽງ, ບັນຫາ​ປູກ​ປ່າ ​ແລະ ປົກປັກຮັກສາ​ປ່າ. ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ, ຍາວ​ນານ​ສຳລັບ​ຂະ​ແໜງ​ລ້ຽງສັດ, ທ່ານ​ລັດຖະມົນຕີກາວ​ດຶດຟາດ ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າພວມ​ກວດຄືນ​ເພື່ອ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ລ້ຽງສັດ​ຄືນ​ໃໝ່, ພ້ອມ​ກັບ​ທ້ອງ​ຖິ່ນ​ຕ່າງໆ ກຳນົດ​ບັນດາ​ປະ​ເພດ​ສັດ​ລ້ຽງ​ເໝາະ​ສົມ​. ທີ​ສອງ​​ແມ່ນສຸມ​ໃສ່​ແກ້​ໄຂ​ບັນຫາ​ແນວ​ພັນ. ທີ​ສາມ​ແມ່ນ​ສົ່ງ​ເສີມ​ການ​ປຸງ​ແຕ່ງ​ຫົວອາຫານ​ສັດ​ແບບ​ອຸດສາຫະກຳ, ກວດກາ​ແຜນການ​ຜະລິດ​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ. ທີ​ສີ່​ແມ່ນ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ບັນດາຫົວອາຫານ​ສັດ​ກ້າວໜ້າ ​ແລະ ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ດັ່ງກ່າວ​ຢ່າງ​ຄົບ​ຊຸດ”.


ຂ່າວ/ບົດ​ອື່ນ