ສະພາແຫ່ງຊາດເລີ່ມດຳເນີນວາລະຊັກຖາມແລະຕອບຄຳຊັກຖາມ

ສະພາແຫ່ງຊາດເລີ່ມດຳເນີນວາລະຊັກຖາມແລະຕອບຄຳຊັກຖາມ - ảnh 1
​ທ່ານ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ​ພັດ​ທະ​ນາ​ຊົນ​ນະ​ບົດ
ກາວ​ດຶກ​ຟາດ ຕອບ​ຄຳ​ຊັກ​ຖາມ​ຂອງ ສ​ສ​ຊ
(ພາບ: chinhphu.vn)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 11/6, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ດຳ​ເນີນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັ​ນ​ເທື່ອ​ທີ 9. ຕາມ​ໂຄງ​ການ​ເຮັດ​ວຽກ​ແລ້ວ, ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນນະ​ບົດ, ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​​ອຸດ​ສາ​ຫະ​ກຳ, ການ​ຄ້າ, ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຢີ, ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງສຶກ​ສາ ແລະ ບຳ​ລຸງ​ສ້າງ​ຕອບ​ຄຳ​ຊັກ​ຖາມ​ຂອງບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໂດຍ​ກົງ. ພາຍຫຼັງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕອບ​ຄຳ​ຊັກ​ຖາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ກ່າ​ວ​ຄຳ​ເຫັນ​ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນ​ດາ ສ​ສ​ຊ ໂດຍກົງ.

        ເປີດ​ສາກວາ​ລະ​ຊັກ​ຖາມ, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໝາກ​ຜົນ​ແຫ່ງ​ການ​ຕິດ​ຕາມກວດ​ກາ​ການ​ແກ້​ໄຂ​ຂໍ້​ສະ​ເໜີ​ແນ​ະ​ຂອງ​ບັນ​ດາ​ຜູ​ູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ຝາກ​ມາ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13.

        ຕອນ​ເຊົ້າ​ວັນ​ທີ 11/6, ທ່ານ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນ​ດາ ສ​ສ​ຊ ກ່ຽວ​ກັບ​ບັນ​ຫາ​ຮັບ​ປະ​ກັນ​ສົ້ນ​ອອກ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​ເປັນ​ປົກ​ກະ​ຕິ ແລະ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນໃນ​ການ​ຜະ​ລິດ. ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ໜູນ​ຊ່ວຍ​ຊາວກ​ະ​ສິ​ກອນ​ແມ່ນ​ຕ້ອງ​ຈັດ​ຕັ້ງ​ການ​ຜະ​ລິດ​ຄືນ​ໃໝ່, ສ້າງ​ຕັ້ງ​ບັນ​ດາ​ໜ່ວຍ​ງານ​ຜ​ະ​ລິດ, ລະ​ບົບ​ການ​ບໍ​ລິ​ການ​ພະ​ລາ​ທິ​ການ, ລະ​ບົບ​​ຜະ​ລິດປຸງ​ແຕ່ງ​ເພື່ອ​ເກັບ​ຊື້​ຜ​ະ​ລິດ​ຕະ​ພັນ​ຂອງ​ຊາວ​ກະ​ສິ​ກອນ​ໂດຍ​ກົງ. ກ່ຽວ​ກັບ​ການ​ຮ່ວມ​ສຳ​ພັນ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ທ່ານ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ​ພັດ​ທະ​ນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ, ເນັ້​ນ​ໜັກ​ວ່າ:

        “ໃນ​ການ​ຮ່ວມ​ສ​ຳ​ພ​ັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ສວມ​ບົດ​ບາດ​ຕົ້ນ​ຕໍ. ດ້ານ​ອື່ນ​​ອີກ​ແມ່ນຕ້ອງ​ມີ​ການ​ຮ່ວມ​ມື ແລະ ສະ​ຫະ​ກອນ​ເພື່ອ​ເປັ​ນ​ຄົນ​ກາງ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ຊາວ​ກະ​ສິ​ກອນ. ປັດ​ໄຈ​ທີ 3 ແມ່ນ​ມີ​ຄວາມສຳ​ຄັນ​ທີ່​ສຸດ​ນັ້ນແມ່ນ​ຄວາມ​ເອົາ​ໃຈ​ໃສ່, ຊີ້​ນຳ​ຢ່າງ​ໃ​ກ້ຊິດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ. ທ້ອງ​ຖິ່ນ​ຕ້ອງ​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ.”

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 11/6, ທ່ານ​ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງການ​ເງິນ ດິງ​ຕ໋ຽນ​ຢູ້ງ ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ​ຕື່ມ​ອີກ​​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຂະ​ແໜງ​ກະ​ສິ​ກຳ.


ຂ່າວ/ບົດ​ອື່ນ