ສະພາແຫ່ງຊາດເຫັນດີເປັນເອກະສັນກ່ຽວກັບຈຸດໝາຍເພີ່ມ GDP 6,2% ໃນປີ 2015

   ສະພາແຫ່ງຊາດເຫັນດີເປັນເອກະສັນກ່ຽວກັບຈຸດໝາຍເພີ່ມ GDP 6,2% ໃນປີ 2015 - ảnh 1
ກອງ​ປະ​ຊຸມສະ​ພາ​ແ່​ຫງ​ຊາດ

(vovworld)- ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2015 ທີ່​ການ​ເຮັດ​ວຽກ​ເມື່ອ​ຕອນ​ບ່າຍ​ວັນ​ທີ 10/11 ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ນັ້ນ, 89,54%  ສ.ສ.ຊ ໄດ້ເຫັນ​ດີ​ໃນ​ປີ 2015, ຫວຽດ​ນາມ​ສູ້​ຊົ​ນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງກວ່າ​ປີ​ 2014. ຕາມນັ້ນ​ແລ້ວ, GDP ເພີ່ມ​ຂຶ້ນ 6,2%, ລະ​ດັບ​ເພີ່ມ​ລາ​ຄາ​ໃຊ້​ສອຍ CPI ປະ​ມານ 5%; ອັດ​ຕາ​ຄອບ​ຄົວ​ທຸກ​ຍາກຫຼຸດ​ລົງ​ 1,7% - 2%, ສາ​ມາດ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ປະ​ມານ 1,6 ຄົນ. ກ່ຽວ​ກັບ​ໜ້າ​ທີ່​ການ​ຕ່າງປະ​ເທດ, ທ່ານ​ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ ຂອງ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ວັນ​ຟຸກ ຊີ້​ແຈ້ງວ່າ : 

   “ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຊຶ່ງຫວຽດ​ນາມ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕັ້ງ​ໜ້າ​ເຈ​ລະ​ຈາ, ເຊັນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສລີ 2 ຝ່າຍ, ຫຼາຍ​ຝ່າຍ, ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ປີ 2015; ພ້ອມ​ກັນ​ນັ້ນ ກໍ​ຍູ້​ແຮງ​ດ້ານ​ຖະ​ແຫຼງ​ຂ່າວ​, ສື່​ສານ, ໜູນ​ຊ່ວຍວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ການກວ່າ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ຈັດ​ກອງປະ​ຊຸມ IPU 132 ຢູ່​ຮ່າ​ໂນ້ຍ​ຢ່າງ​ສຳ​ເລັດ​ຜົນ; ສືບ​ຕໍ່​ປັບ​ປຸງ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ, ຮ່ວມ​ມື​ກັບ​ບັນ​ດາ​ຄູ​ຮ່ວມ​ມື, ເດັດ​ດຽວ​ຕໍ່ສູ້​ປົ​ກປັກ​ຮັກ​ສາເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜົນ​ປະ​ໂຫຍດ​ແຫ່ງ​ຊາ​ດ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ທີ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ”.

    ກ່ອນ​ໜ້ານັ້ນ, ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ​ບັນ​ດາ ສ.ສ.ຊ ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສະ​ບັບ​ປັບ​ປຸງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ບຸຍກວາງວິງ ໃຫ້​ຮູ້​ວ່າ : 

   “ ສິ່ງ​ທີ່​ໃໝ່​ສຸດ​ໃນ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສະ​ບັບ​ປັບ​ປຸງ ເທື່ອນີ້ ແມ່ນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງຢູ່​ບ່ອນ​ວ່າ : ສາ​ມາດ​ປ່ຽນ​ແປງວິ​ທີ​ສຳ​ພັດ​ເມືຶ່ອ​ສ້າງ​ກົດ​ໝາຍ. ກ່ອນ​ໜ້ານັ້ນ. ນີ້​ແມ່ນ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ​ຂອງ​ລັດ​ຖະ​ບານ ແລະ ສ​ະ​ພາ​ແຫ່ງ​ຊາດ. ທີ 2 ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ອາ​ລັກ​ຂາ​ແກ່​ການ​ລົງ​ທຶນ​ທີ່​ມີ​ຕໍ່​ວິ​ສາ​ຫະ​ກິດ. ທີ 3 ແມ່ນ​ໄດ້​ລົບ​ລ້າງທຸກ​ລະ​ບຽບ​ການຈົດ​ທະ​ບຽນ​ອອກ​ໜັງ​ສືຢັ້ງ​ຢືນ​ລົງ​ທຶນ​ສຳ​ລັບ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຢູ່​ພາຍ​ໃນ​ປະ​ເທດ. ສະ​ເພາະ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ພາຍຫຼັງ​ໄດ້ຮັບ​ໜັງ​ສືຢັ້ງ​ຢືນ​ລົງ​ທຶນ, ເຂົາ​ເຈົ້າ​ຈະ​ມີ​ສິດ​ຜົນ​ປະ​ໂຫຍດ​ຢ່າງ​ສະ​ເໝີ​ພາບ​ຄື​ນັກ​ລົງ​ທຶນ​ພາຍ​ໃນ​ປະ​ເທດ ”.
ຂ່າວ/ບົດ​ອື່ນ