ສະມັດຊາໃຫຍ່ ສປຊ ຊຸດທີ 73: ອີຣານ ຕຳໜິຕິຕຽນ “ລັດທິກໍ່ການຮ້າຍດ້ານເສດຖະກິດ” ຂອງອາເມລິກາ

(VOVWORLD) - ວາມໝັ້ນຄົງຂອງໂລກ ພວມຖືກນາບຂູ່ ເມື່ອມີບາງປະເທດມີ “ການກະທຳຖືເບົາ” ແລະ “ບໍ່ເຄົາລົບບັນດາຄຸນຄ່າ ແລະ ບັນດາລະບອບລະບຽບການສາກົນ”.
ສະມັດຊາໃຫຍ່ ສປຊ ຊຸດທີ 73: ອີຣານ ຕຳໜິຕິຕຽນ “ລັດທິກໍ່ການຮ້າຍດ້ານເສດຖະກິດ” ຂອງອາເມລິກາ - ảnh 1 ການນຳ ອາເມລິກາ ແລະ ອີຣານ

ວັນທີ 26 ກັນຍາ, ໃນບົດກ່າວປາໄສຕໍ່ສະພາຄວາມໝັ້ນຄົງ ສປຊ ຊຸດທີ 73 ຢູ່ນິວຢອກ, ທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ຄັດຄ້ານບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແນໃສ່ປະເທດນີ້ ແລະ ເອີ້ນນີ້ແມ່ນການກະທຳຂອງ “ລັດທິກໍ່ການຮ້າຍດ້ານເສດຖະກິດ”.

        ການນຳ ອີຣານ ໄດ້ເນັ້ນໜັກວ່າ: ຄວາມໝັ້ນຄົງຂອງໂລກ ພວມຖືກນາບຂູ່ ເມື່ອມີບາງປະເທດມີ “ການກະທຳຖືເບົາ” ແລະ “ບໍ່ເຄົາລົບບັນດາຄຸນຄ່າ ແລະ ບັນດາລະບອບລະບຽບການສາກົນ”. ທ່ານຢັ້ງຢືນວ່າ, ເລື່ອງໄປຝືນກັບລັດທິຫຼາຍຝ່າຍບໍ່ສະແດງກຳລັງແຮງ, ຫາກມັນແມ່ນ “ອາການຂອງຄວາມຮູ້ຕ່ຳຕ້ອຍ”. ພ້ອມກັນນັ້ນ, ທ່ານປະທານາທິບໍດີ Hassan Rouhani ກໍໄດ້ຕຳໜີຕິຕຽນບົດປາໄສຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ອນໜ້ານັ້ນ, ຄຳກ່າວຫາຂອງທ່ານ Donald Trump ພວມຊອກຫາວິທີ “ໂຄ່ນລົ້ມ” ຄະນະການນຳຂອງອີຣານ.

        ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍປະຫວັດສາດລະຫວ່າງ ອີຣານ ກັບບັນດາປະເທດມະຫາອຳນາດໃນໂລກ, ທີ່ມີຊື່ເຕັມວ່າ ແຜນການກະທຳລວມຮອບດ້ານ (JCPOA), ທ່ານປະທານາທິບໍດີ Rouhani ຢັ້ງຢືນວ່າ ເຕເຮຣານ ຊົມເຊີຍເລື່ອງປະຊາຄົມໂລກຄັດຄ້ານເລື່ອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນີ້ຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ