ສະມັດຊາໃຫຍ່ສປຊປ່ອນບັດກ່າວປະນາມອາເມລິກາຂວ້ຳບາດກູບາ

ສະມັດຊາໃຫຍ່ສປຊປ່ອນບັດກ່າວປະນາມອາເມລິກາຂວ້ຳບາດກູບາ - ảnh 1
ກອງ​ປະ​ຊຸມສະ​ມັດ​ຊາ​ໃຫ​ຍ່​ສ​ປ​ຊ​
ພາບ:internet

(vovworld)-​​​ວັນ​ທີ 28/10, 188/193 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ໄດ້​ປ່ອນ​ບັດ​ຮັບ​ຮອງ​ເອົາ​ມະ​ຕິ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ເພື່ອ​ກ່າວ​ປະ​ນາມ​ຄຳ​ສັ່ງ​​ຂວ້ຳ​ບາດ ຊື່ງ​ອາ​ເມ​ລິ​ກາ ຈັດ​ວາງ​ຕ້ານ ​ກູ​ບາ ໃນ​ຕະ​ຫລອດ 5 ທົດ​ສະ​ວັດ​ຜ່ານ​ມາ. ນີ້​ແມ່ນ​ຄັ້ງ​ທີ 23 ລຽນ​ຕິດ​ທີ່​ປະ​ເທດ​ສະ​ມາ​ຊິກ​ຂອງ ສ​ປ​ຊ ເກືອບ​ທັງ​ໝົດ​ໄດ້​ສະ​ແດງ​ການ​ສະ​ຫນັບ​ສະ​ຫນູນ​ຕໍ່​ບົດ​ລາຍ​ງານ “ຄວາມ​ຈຳ​ເປັນ​ຕ້ອງ​ຢຸດ​ຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເງິນ ໂດ​ຍ ອາ​ເມ​ລິ​ກາ ຈັດ​ວາງ​ຕ້ານ ກູ​ບາ ໂດຍ​ລັດ​ຖະ​ບານ ກູ​ບາ ຍື່ນ​ສະ​ເຫນີ​ປະ​ຈຳ​ປີ. ໝາກ​ຜົນ​ການ​ປ່ອນ​ບັດ​ໃຫ້​ເຫັນ​ວ່າ ມີ​ພຽງ​ແຕ່​ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອນ ປ່ອນ​ບັດ​ຄັດ​ຄ້ານ​ມະ​ຕິ​ກາ​ປ່ອນ​ບັດ​ມະ​ຕິ​ກ່າວ​ປະ​ນາມ​ຄຳ​ສັ່ງ​ຂວ້ຳ​ບາດ, ໃນ​ຂະ​ນະ​ນັ້ນ ປະ​ເທດ ປາ​ຊີ​ຟີກ​ໃຕ້​ຈຳ​ນວນ​ຫນຶ່ງ​ຄື: Palau, Marshall ແລະ Micronesia ໄດ້​ປ່ອນ​ບັດ​ຂາວ. ເຖິ​ງ​ຢ່າງ​ໃດ​ກ​ໍ​ຕ​າມ, ບັນ​ດາ​ມະ​ຕິ​ຂອງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ບໍ່​ມີ​ລັກ​ສະ​ນະ​​ບັງ​ຄັບດ້ານ​ກົດ​ໝາຍ ຫາກ​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ກ່ຽວ​ກັບ​ບັນ​ດາ​ບັ​ນ​ຫາ​ຮ້ອນ​ເຮັ່ງ​ຂອງ​ສະ​ພາບ​ການ​ສາ​ກົນ ສະ​ນັ້ນ ວໍ​ຊິງ​ຕັນ ​ຍັງສືບ​ຕໍ່​ຮັກ​ສາ​ຄຳ​ສັ່ງ​ລົງ​ໂທດ ລາ​ຮາ​ວານ.

ຂ່າວ/ບົດ​ອື່ນ