ສະມັດຊາໃຫຍ່ສປຊເລືອກຕັ້ງປະທານໃໝ່ຊຸດທີ69

ສະມັດຊາໃຫຍ່ສປຊເລືອກຕັ້ງປະທານໃໝ່ຊຸດທີ69 - ảnh 1
ທ່າ​ນ Sam Kahamba Kutesa
(ພາບ: un.org)


(vovworld) – ​​ວັນ​ທີ 11/6, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ເລືອກ​ຕັ້ງທ່າ​ນ Sam Kahamba Kutesa, ລັດຖະມົນຕີ​ການ​ຕ່າງປະ​ເທດ Uganda, ​ເປັນ​ປະທານ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 69, ​ເລີ່​ມ​ແຕ່​​ເດືອນ 9/2014.

    ກ່າວ​ຄຳ​ເຫັນ​ພາຍຫຼັງ​​ໄດ້​ຮັບ​ການ​ເລືອກ​ຕັ້ງ, ທ່ານ Kutesa ​ໃຫ້​ຮູ້​ວ່າ: ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 69 ຈະ​​ແມ່ນ “ຍົກ​ອອກ ​ແລະ ປະຕິບັດ​ໂຄງການ​ພັດທະນາທີ່​ມີ​ການຫັນ​ປ່ຽນ​​ດ້ານ​ຄຸນ​ນະພາ​ບຫຼັງ​ປີ 2015”. ທ່ານ Kutesa ​ເນັ້ນ​ໜັກ​ວ່າ: ​ໂລກ​ສືບ​ຕໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​​ຫຼາຍຢ່າງທີ່​ສົ່ງຜົນ​ສະທ້ອນ​ເຖິງ​​ໂລກ, ​ໃນ​ນັ້ນ​ມີ​​ໄພ​ທຸກ​ຍາກ ອຶດຫິວ, ​ໄພຫວ່າງ​ງານ, ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ປະກອບ​ອາວຸດ.​.​.​

    ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki – moon ຕີ​ລາຄາ​ສູງ​ບັນດາ​ບົດຮຽນ​ເຊິ່ງທ່ານ Kutesa ບັນລຸ​ໄດ້​ໃນ​ຖານະ​ຕຳ​ແໜ່​ງຕ່າງໆ ​ແລະ ສະ​ແດງ​ຄວາມຫວັງ​ວ່າທ່ານ Kutesa ຈະ​ແມ່ນ​ຜູ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສະມັດຊາ​ໃຫຍ່ ສປຊ.


ຂ່າວ/ບົດ​ອື່ນ