ສະມາຄົມພຸດທະສາສະໜາ ກວາງຈີ້ ເສີມຂະຫຍາຍນ້ຳໃຈ ມະຫາສາມັກຄີທົ່ວປວງຊົນທັງຊາດ

ສະມາຄົມພຸດທະສາສະໜາ ກວາງຈີ້ ເສີມຂະຫຍາຍນ້ຳໃຈ ມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1
​ປະທາ​ນຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ ຮີ່ນດ໋າມ
ຕ້ອນຮັບ​ຄະນະ​ຜູ້​ແທນສະມາຄົມພຸດທະ​ສາສະໜາ​ແຂວງ ກວາງ​ຈີ້
(ພາບ: daidoanket.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 11/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທາ​ນຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮີ່ນດ໋າມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາຄົມພຸດທະ​ສາສະໜາ​ແຂວງ ກວາງ​ຈີ້. ນະ​ທີ່​ນີ້, ທ່ານ​ຮີ່ນດາມ ປາດ​ຖະໜາ​ວ່າ ບັນດາ​ພະສົງ​ສຳມະ​ເນັນ​ແຂວງ ກວາງ​ຈີ້ ຈົ່ງສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈປ້ອງ​ກັນ​ປະ​ເທດ​ຊາດ - ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ, ຂົນຂວາຍ​ສາສະ​ນິກະ​ຊົນ ​ແລະ ປະຊາຊົນ​ພາຍ​ໃນ​ແຂວງ​ເພີ່ມ​ທະວີນ້ຳໃຈ​​ມະຫາສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ຮ່ວມ​​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພັກ, ລັດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ. ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​​ເພື່ອ​ການກຸສົນ, ດ້ວຍ​ນ້ຳ​ໃຈ​ເມດ​ຕາ​ຈິດ, ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ, ຜູ້​ປະສົບ​ກັບ​ຄວາມ​ຫຍຸ້​ງຍາກ; ພ້ອມ​ທັງ​ແນະນຳ​ພະສົງ​ສາມະ​ເນນ, ພຸດທະສາສະ​ນິກະ​ຊົນ ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ​ໃຫ້​ໝັ້ນຄົງເຂັ້ມ​ແຂງ, ​ເປັນຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ ຢ່າງ​ແທດ​ຈິງ ​ແລະ ຕິດ​ພັນ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຢ່າງ​ແໜ້ນ​​ແຟ້ນ.

ຂ່າວ/ບົດ​ອື່ນ