ສະມາຄົມ​ພຸດ​ທະ​ສາສະໜາ ຫວຽດນາມ ສືບ​ຕໍ່​ປະກອບສ່ວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທັງ​ຊາດ

ສະມາຄົມ​ພຸດ​ທະ​ສາສະໜາ ຫວຽດນາມ ສືບ​ຕໍ່​ປະກອບສ່ວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທັງ​ຊາດ - ảnh 1
ພາບປະກອບ

(vovworld) – ເນື່ອງ​ໃນ​ໂອກາດວັນບຸນວິສາຂະບູຊາ - ພສ 2557, ຕອນ​ເຊົ້າ​ວັນ​ທີ 21/5, ທ່ານ ຫງວຽນ​ລາມ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ພະ​ມະຫາ​ອາຈານ ທິກ​ໂຝ​ເຕ້ວ, ປະທານສະພາສົງສະມາຄົມພຸດທະ​ສາສະໜາ ຫວຽດນາມ ຢູ່ຫໍທຳມະ ວຽນ​ມິ​ງ, ​ເມືອງ ຟູ໋ຊວຽນ, ຮ່າ​ໂນ້ຍ. ທ່ານ​ຮອງ​ປະທານ ຫງວຽນ​ລາມ ​ໄດ້​ສົ່ງ​ຄຳ​ອວຍພອນ​ມາ​ຍັງ​ພະ​ມະຫາ​ອາຈານ, ຜູ້ນິຍົມຖາບັນດາສັກພ້ອມ​ກັບ​ພະ​ສົງ​ສາມະ​ເນນ, ພຸດທະສາສະ​ນິກກະ​ຊົນ ຫວຽດນາມ​ ​ໄດ້​ຕ້ອນຮັບວັນ​ບຸນ​ວິສາຂະບູຊາຢ່າງເບີດບານ​ມ່ວນ​ຊື່ນ, ມີນ້ຳໃຈສາສະໜາ​ໃນ​ກຸ່ມກ້ອນ​ມາ​ຫະສາມັກຄີ​ທົ່ວ​ປວງ​ຊົນທັງຊາດ. ທ່ານ​ປະທານ ຫງວຽນ​ລາມ ​ເຊື່ອ​ໝັ້ນ​ວ່າ: ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ຕັ້ງໜ້າ, ຕອບສະໜອງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຜ່ານ​ນັ້ນ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົາໃນານເພີ່ມທະວີ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະ​ຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

    ສ່ວນ​ພະ​ມະຫາ​ອາຈານ ທິກ​ໂຝ​ເຕ້ວ ຊີ້​ແຈ້ງວ່າ: ​ເນື່ອງ​ໃນໂອກາດວັນບຸນ​ວິສາຂະບູຊາ, ພະ​ສົງ​ສາມະ​ເນນ, ນັກບວດ, ພຸດທະສາສະ​ນິກກະ​ຊົນ ຂອງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ທຸກ​ຂັ້ນຈົ່ງຮ່ວມແຮງຮ່ວມໃຈ​​, ມານະ​ພະຍາຍາມ​ປະຕິ​ບັດວຽກ​ງານເພື່ອສ້າງ ແລະ ສາສະໜາໃຫ້ດີງາມ, ປະກອບ​ສ່ວນ​ສ້າງການດຳລົງຊີວິດ​​ແຫ່ງ​ສະຫງົບ​ສຸກ. ​ໄລຍະ​ຈະ​ມາ​​ເຖິງ, ສະມາຄົມ​ພຸດ​ທະ​ສາ​ສະໜາ ຫວຽດນາມ ສືບ​ຕໍ່​ແນະນຳ, ປຸກລະດົມ​ບັນດາພະ​ສົງ​ສາມະ​ເນນ, ພຸດທະສາສະ​ນິກກະ​ຊົນ ​ຕັ້ງໜ້າ​ເຮັດ​ຫລ້ອນໜ້າ​ທີ່ເປັນ​ພົນ​ມະ​ເມືອງ​, ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍກົດໝາຍ​ຂອງ​ລັດ​ຢ່າງ​​ເຂັ້ມງວດ.

 

ຂ່າວ/ບົດ​ອື່ນ