ສະມາຄົມພຸດທະສາສະໜາ ຫວຽດນາມ ຮຽກຮ້ອງໃຫ້ພະສົງສຳມະເນນ, ຊາວພຸດສືບຕໍ່ສາມັກຄີກັນຕ້ານໂຄວິດ-19

(VOVWORLD) - ຕອນເຊົ້າວັນທີ 07 ພຶດສະພາ, ວັນວິສາຂະບູຊາ ພສ 2564 ໄດ້ຈັດຕັ້ງຂຶ້ນຢ່າງສົມກຽດຢູ່ ຮ່າໂນ້ຍ ໃນເງື່ອນໄຂຮັບປະກັນການຕ້ານໂລກລະບາດໂຄວິດ-19.
ສະມາຄົມພຸດທະສາສະໜາ ຫວຽດນາມ ຮຽກຮ້ອງໃຫ້ພະສົງສຳມະເນນ, ຊາວພຸດສືບຕໍ່ສາມັກຄີກັນຕ້ານໂຄວິດ-19 - ảnh 1 ສະມາຄົມພຸດທະສາສະໜາ ຫວຽດນາມ ຮຽກຮ້ອງໃຫ້ພະສົງສຳມະເນນ, ຊາວພຸດສືບຕໍ່ສາມັກຄີກັນຕ້ານໂຄວິດ-19 (ພາບ: TTXVN)

ວັນບຸນວິສາຂະບູຊາປີນີ້ ໄດ້ສົ່ງສານກ່ຽວກັບຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນເອົາຊະນະໂລກລະບາດໂຄວິດ-19. ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານງານ, ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ເນັ້ນໜັກວ່າ: ຄະນະປະຈຳສະພາບໍລິຫານງານ ຫວັງວ່າພະສົງສຳມະເນນ, ຊາວພຸດ ຫວຽດນາມ, ບັນດາຄະນະ, ສະຖາບັນສູນກາງ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ທຸກຂັ້ນ, ບັນດາສະມາຄົມຊາວພຸດ ຫວຽດນາມ ຢູ່ຕ່າງປະເທດ ຈະມີຄວາມຕັ້ງໜ້າໃນວຽກງານສ້າງຄຸນງາມຄວາມດີໃຫ້ແກ່ສັງຄົມ. ໃນສະພາບການຕົວຈິງ ຍ້ອນຜົນກະທົບຈາກໂລກລະບາດ, ຈົ່ງສືບຕໍ່ມານະພະຍາຍາມໃຫ້ຫລາຍກ່ວາອີກ ເພື່ອສູ້ຊົນໃຫ້ສຳເລັດໂຄງການເຄື່ອນໄຫວທາງສາສະໜາພຸດຂອງກອງປະຊຸມໃຫຍ່ສາສະໜາພຸດທົ່ວປະເທດຄັ້ງທີ 8.

       ໃນຈົດໝາຍອວຍພອນວັນບຸນວິສາຂະບູຊາ ພສ 2564, ທ່ານ ເຈິ່ນແທງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວັງວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ, ພະສົງສຳມະເນນ ແລະ ຊາວພຸດທຸກຄົນ ຈົ່ງສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນຕື່ມອີກ ເພື່ອພ້ອມກັບປະຊາຊົນໃນທົ່ວປະເທດ ຜ່ານຜ່າຄວາມຫຍຸ້ງຍາກ, ເອົາຊະນະພະຍາດໂຄວິດ-19, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຍົກສູງຖານະບົດບາດຂອງປະເທດຊາດ. ແລະກໍ່ໃນຕອນເຊົ້າວັນທີ 07 ພຶດສະພາ, ຫລາຍທ້ອງຖິ່ນໃນທົ່ວປະເທດກໍໄດ້ຈັດຕັ້ງວັນບຸນວິສາຂະບູຊາ ພສ 2564 ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ