ສະມາຄົມພຸດທະສາສະໜາຫວຽດນາມຮຽງບ່າຮຽງໄຫຼ່ພ້ອມກັບທົ່ວປະເທດພັດທະນາເສດຖະກິດ,ສັງຄົມ

ສະມາຄົມພຸດທະສາສະໜາຫວຽດນາມຮຽງບ່າຮຽງໄຫຼ່ພ້ອມກັບທົ່ວປະເທດພັດທະນາເສດຖະກິດ,ສັງຄົມ - ảnh 1
ພົນ​​ເອກ ​ເຈີ່ນ​ດ້າຍກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​
ຄະນະ​ຜູ້​ແທນ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ

(vovworld) –  ຕອນ​ເຊົ້າ​ວັນ​ທີ 18/8, ຢູ່​ຮ່າ​ໂນ້ຍ, ພົນ​​ເອກ ​ເຈີ່ນ​ດ້າຍກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫຼ​ວ​ດ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ໂດຍ​ພະມະຫາ​ອາຈານ ທິກ​ແທງ​ຫຍຽວ, ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ນຳ​ໜ້າ ​ໄດ້​ມາຢ້ຽມຢາມ, ອວຍພອນ​ກະຊວງ​ຕຳຫຼວດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ ຫວຽດນາມ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ພຸດ​ທະ​ສາສະໜາ ຫວຽດນາມ ສືບ​ຕໍ່​ປະກອບສ່ວນ​ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​​ໃນ​ທົ່ວ​ປະ​ເທດ​ກໍ່ສ້າງ​ສັງຄົມ​ສີວິ​ໄລ, ມີ​ຄວາມ​ຜ່າ​ສຸກ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ, ໜູນ​ຊ່ວຍ​ຂອງ​ສະມາຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ.




ຂ່າວ/ບົດ​ອື່ນ