ສະມາ​ຄົມ​ລ້ຽງ​ສິນ​​ໃນ​ນ້ຳ ຫວຽດ​ນາມ: ເຕົ້າ​ໂຮມ​ກຳ​ລັງ​ແຮງ​ຫຼາຍ​ຂະ​ແໜງເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ທາງ​ທະ​ເລ

(VOVWORLD) -ວັນທີ 7 ພະຈິກ, ສະມາຄົມປູກລ້ຽງສິນໃນນ້ຳ ຫວຽດນາມຂຶ້ນກັບສະຫະພັນວິທະຍາສາດ ເຕັກນິກ ຫວຽດນາມ (VUSTA) ຈັດຕັ້ງກອງປະຊຸມໃຫຍ່ຄົບຄະນະ ສະມາຄົມລ້ຽງສິນໃນນ້ຳ ຫວຽດນາມຄັ້ງທີ II. ກອງປະຊຸມໃຫຍ່ໄດ້ດຳເນີນຢູ່ 4 ຈຸດເຊື່ອມຕໍ່ແມ່ນ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ແຄ໊ງຮ່ວາ ແລະ ເກິ່ນເທີ.
ສະມາ​ຄົມ​ລ້ຽງ​ສິນ​​ໃນ​ນ້ຳ ຫວຽດ​ນາມ: ເຕົ້າ​ໂຮມ​ກຳ​ລັງ​ແຮງ​ຫຼາຍ​ຂະ​ແໜງເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ທາງ​ທະ​ເລ - ảnh 1ພາບປະກອບ: TTXVN 

ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານຮອງສາດສະດາຈານ, ປ.ອ ຫງວຽນຫຶວຢຸງ, ປະທານສະມາຄົມລ້ຽງໃນນ້ຳ ຫວຽດນາມ (VSA) ໃຫ້ຮູ້ວ່າ: ສະມາຄົມລ້ຽງໃນນ້ຳ ຫວຽດນາມໄດ້ຮັບການສ້າງຕັ້ງໃນປີ 2016 ດ້ວຍພາລະກິດແມ່ນເຕົ້າໂຮມກຳລັງແຮງຫຼາຍຂະແໜງເພື່ອພັດທະນາເສດຖະກິດທະເລແມ່ນແຫຼ່ງກຳລັງໃໝ່ມີລັກສະນະບຸກທະລຸດ້ວຍການພັດທະນາຂອງຂະແໜງສິນໃນນ້ຳຫວຽດນາມ, ມີຄວາມໝາຍອັນຍິ່ງໃຫຍ່ດ້ານທິດສະດີ ແລະ ພຶດຕິກຳຕົວຈິງ

ຫວນຄືການເຄື່ອນໄຫວມາເປັນເວລາ 4 ປີແຕ່ປີ 2016 – 2020, ທ່ານ ຫງວຽນກ໊ວກແອັງ ຮອງປະທານສະມາຄົມລ້ຽງສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ: ສະມາຄົມໄດ້ພັດທະນາໂດຍໄວ ແລະ ຮອບດ້ານ, ຕາມທິດເຂົ້າສູ່ລວງເລິກ, ຢັ້ງຢືນໄດ້ທີ່ຕັ້ງພາຍໃນປະເທດ ແລະ ໂລກໂດຍໄວ, ສ້າງໄດ້ພື້ນຖານໝັ້ນຄົງໃຫ້ແກ່ການພັດທະນາຍາວນາມ. 

ກອງປະຊຸມໃຫຍ່ໄດ້ປຶກສາຫາລືການກຳນົດບັນດາໜ້າທີ່ຕ້ອງສຸມໃສ່ໃນອາຍຸການ 2020 – 2025. ນັ້ນແມ່ນສ້າງສາ ອົງການ, ພັດທະນາກຳລັງຄວາມສາມາດຂອງສະມາຄົມ, ພັດທະນາສະມາຊິກ, ສ້າງປະຊາຄົມລ້ຽງສິນໃນນ້ຳ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ