ສະມາຄົມສາສະຫນາMennoniteຫວຽດນາມຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ3

ສະມາຄົມສາສະຫນາMennoniteຫວຽດນາມຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ3 - ảnh 1
ພາບ​ປະ​ກອບ

(vovworld)- ​​  ຕອນ​ເຊົ້າ​ວັນ​ທີ 1/12 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ສະ​ມາ​ຄົມສາ​ສະ​ຫນາ Mennonite ຫວຽດ​ນາມ ໄດ້​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3. ສາ​ສະ​ຫນາ Mennonite ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ ແຕ່​ປີ 1954. ປະ​ຈຸ​ບັນ ສາ​ສະ​ຫນານີ້ ມີ​ສາ​ສະ​ນີ​ກະ​ຊົນ​ປະ​ມານ 10.000 ຄົນ, ຫລວງ​ພໍ່ 178 ຄົນ ພວມ​ເຜີຍ​ແຜ່​ສາ​ສະ​ຫນາ​ຢູ່ 25 ແຂວງ, ນະ​ຄອນ. ນີ້​ແມ່ນ​ນິ​ກາຍ​ຮັກ​ຫອມ​ສັນ​ຕິ​ພາບ, ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ໃນ​ວຽກ​ງານ​ກຸ​ສົນ​ສັງ​ຄົມ ແລະ ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ. ຫລວງ​ພໍ່ ຮີ່ງດີງ​ເຫງ໋ຍ, ຮອງ​ຫົວ​ຫນ້າ​ທີ​ສອງ, ສະ​ມາ​ຄົມ​ສາ​ສະ​ຫນາ Mennonite ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ຄະ​ນະ​ສາ​ສະ​ຫນາ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ຫລາຍ​ຢ່າງ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເຄື່ອນ​ໄຫວ​ດ້ານ​ສາ​ສະ​ຫນາ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແລະ ບັນ​ດາ​ແຂວງ​ອື່ນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ແນະ​ນຳ​ໃຫ້​ບັນ​ດາ​ສາ​ສະ​ນີ​ກະ​ຊົນ, ບັນ​ດາ​ບຸກ​ຄະ​ລາ​ກອນ, ການ​ນຳ​ໃນ​ສະ​ມາ​ຄົມ​ຮ່ຳ​ຮຽນ​ຄຳ​ສັ່ງ​ສອນ​ຂອງ​ພະ​ເຢ​ຊູ​ ຢູ່​ໃນ​ສິນ​ກິນ​ໃນ​ທຳ, ຮັບ​ໃຊ້​ສາ​ສະ​ຫນາ, ຮ່ວມ​ເດີນ​ທາງ​ກັບ​ປະ​ເທດ​ຊາດ.”


ຕອບກັບ

ຂ່າວ/ບົດ​ອື່ນ