ສະມາຄົມອາຊີບການປະມົງຫວຽດນາມຄັດຄ້ານເລື່ອງຈີນຈັບຕົວຊາວປະມົງຫວຽດນາມ

ສະມາຄົມອາຊີບການປະມົງຫວຽດນາມຄັດຄ້ານເລື່ອງຈີນຈັບຕົວຊາວປະມົງຫວຽດນາມ - ảnh 1
ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມຮຽກຮ້ອງ​ຝ່າຍ​ຈີນ​ຈົ່ງ​ປ່ອຍ​ຕົວຊາວປະມົງ​ຫວຽດນາມ 6 ຄົນພ້ອມກັບກຳ​ປັ່ນ​ຫາ​ປາ QNg 94912 TS ໃນທັນທີ່.                   (ພາບ: dantri)

(vovworld)- ວັນ​ທີ 7/7, ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມ​ໄດ້​ອອກ​ຖະ​ແຫຼ​ງການ​ຮຽກຮ້ອງ​ຈີນ​ຈົ່ງ​ຢຸດຕິ​ໂດຍ​ທັນ​ທີ່ ບັນດາ​ການ​ກະທຳ​ລວງ​ລ້ຳ, ກໍ່ກວນ​, ຂັດຂວາງ​, ປຸ້ນ​ສະດົມ ​ແລະ ທຳລາຍ​ຊັບ​ສິນ, ຈັບ​ຕົວ​ຊາວ​ປະມົງ​ຫວຽດນາມ​ຢ່າງ​ຜິດ​ກົດໝາຍ. ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມຮຽກຮ້ອງ​ຝ່າຍ​ຈີນ​ຈົ່ງ​ປ່ອຍ​ກຳ​ປັ່ນ​ຫາ​ປາ QNg 94912 TS ພ້ອມ​ກັບຊາວປະມົງ​ຫວຽດນາມ 6 ຄົນ. ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມຮຽກຮ້ອງ​ຈີນ​ຈົ່ງ​ທົດ​ແທນ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊີ​ວິດ ​ແລະ ຊັບ​ສິນ​ໃຫ້​ແກ່ຊາວ​ປະມົງ​ຫວຽດນາມ. 
ຂ່າວ/ບົດ​ອື່ນ