ພາບປະກອບ
|
(vovworld) - ສະມາຄົມອາຊີບຫາປາ ຫວຽດນາມ ຫາກໍ່ມີຈົດໝາຍທາງການຝາກເຖິງຫ້ອງວ່າການລັດຖະບານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງກ່ຽວກັບເລື່ອງ ຈີນ ປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ. ຕາມນັ້ນແລ້ວ, ໄລຍະມໍ່ໆມານີ້, ອຳນາດການປົກຄອງນະຄອນ ໄຮ້ເຂົາ, ແຂວງ ໄຮ້ໜານ, ປະເທດ ຈີນ ປະກາດ “ວິທີການປະຕິບັດວຽກງານຄຸ້ມຄອງການຫາປາບົນທະເລຂອງນະຄອນ ໄຮ້ເຂົາ ປີ 2015”, ໃນນັ້ນຫ້າມທຸກໆການເຄື່ອນໄຫວຫາປາບົນທະເລແຕ່ເວລາ 12 ໂມງ ວັນທີ 16/5/2015 ຮອດ 12 ໂມງ ວັນທີ 1/8/2015.
ສະພາອາຊີບຫາປາຂອງ ຫວຽດນາມ ຖືວ່າ: ການເຄື່ອນໄຫວນີ້ຖືກດຳເນີນເປັນເວລາຫຼາຍປີແລ້ວ, ອັນໄດ້ກີດຂວາງການຜະລິດບົນທະເລຂອງຊາວປະມົງ, ລະເມີດອະທິປະໄຕທະເລໝູ່ເກາະ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ລະເມີດອະທິປະໄຕ ແລະ ສິດອຳນາດສານສຳລັບບັນດາເຂດທະເລຂອງ ຫວຽດນາມຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານການກະທຳພຽງລຳພັງຝ່າຍດຽວ, ໄຮ້ເຫດຜົນຂອງຝ່າຍ ຈີນ. ຂໍ້ຕົກລົງນີ້ຂອງຝ່າຍ ຈີນ ແມ່ນໄຮ້ຄຸນຄ່າ. ສະມາຄົມອາຊີບຫາປາ ຫວຽດນາມ ສະເໜີ ໃຫ້ບັນດາອົງການກ່ຽວຂ້ອງມີມາດຕະການທີ່ມີປະສິດທິຜົນເພື່ອສະກັດກັ້ນ, ຢຸດຕິການກະທຳນີ້ຂອງຈີນໂດຍໄວ.