ສະມາຄົມອາຊີບຫາປາຫວຽດນາມປະກອບສ່ວນປະຕິບັດຈຸດໝາຍພັດທະນາເສດຖະກິດສິນໃນນ້ຳແບບຍືນຍົງ

ສະມາຄົມອາຊີບຫາປາຫວຽດນາມປະກອບສ່ວນປະຕິບັດຈຸດໝາຍພັດທະນາເສດຖະກິດສິນໃນນ້ຳແບບຍືນຍົງ - ảnh 1
ທ່ານ​  ຫງວຽນ​ທ້ຽນ​ເຍີນ ເຮັດວຽກກັບສະມາຄົມອາຊີບຫາປາ ຫວຽດນາມ
(ພາບ: Nguyễn Dân - TTXVN)

(vovworld) - ທີ່​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ອາຊີບ​ຫາ​ປາ ຫວຽດນາມ ຊຶ່ງ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 10/6, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ ບົດບາດ​ຂອງ​ສະມາຄົມ​ອາຊີບ​ຫາ​ປາ​ ຫວຽດນາມ ທີ່​ມີ​ຕໍ່​ຊາວ​ປະມົງ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ແມ່ນ​ສຳຄັນ​ທີ່​ສຸດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ສະມາຄົມ​ອາຊີບ​ຫາ​ປາ​ຫວຽດນາມ ທີ່​ມີ​ການ​ເຄື່ອນ​ໄຫວ​ສົມທົບ​ກັນ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ, ປະກອບສ່ວນ​ປະຕິບັດ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​​ແກ່​ຊາວ​ປະມົງ. ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ່​ຮຽກຮ້ອງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ອາຊີບ​ຫາ​ປາ​ ຫວຽດນາມ ຄວນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດ​ອັນ​ຊອບ​ທຳ​ຂອງ​ສະມາຊິກ​ສະມາຄົມ ​ແລະ ວິ​ສາ​ຫະກິດ, ການ​ປ້ອງ​ກັນຊາດ ປ້ອງ​ກັນ​ຄວາມ​ສະຫງົບ​ເຂດທະ​ເລ, ໝູ່​ເກາະ ຕ້ອງຕິດ​ພັນ​ກັບ​ການ​ປ້ອງ​ກັນ, ຕ້າ​ນ​ໄພພິບັດ​ທຳ​ມະ​ຊາດ ​ແລະ ພັດທະນາ​ການ​ຂຸດ​ຄົ້ນ​ໄກ​ຝັ່ງ​, ຢັ້ງຢືນ​ອະທິປະ​ໄຕໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ ຫວຽດນາມ.

        ສະມາຄົມ​ອາຊີບ​ຫາ​ປາ ນະຄອນ​ດ່ານັ້ງ ຫາ​ກໍ່​ຮັບ​ຈຳນວນ​ເງິນ 5 ຕື້​ດົ່ງ​ຈາກ​ບັນດາ​ອົງການ, ສ່ວນ​ບຸກຄົນ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ຊ່ວຍ​ຊາວ​ປະມົງ​ປະສົບ​ກັບ​ຄວາມຫຍຸ້ງຍາກ, ມີ​ກຳ​ປັ່ນ​ຖືກ​ເປ​ເພ​ຍ້ອນ​ກຳ​ປັ່ນ ຈີນ ຕຳ່ ຫຼື ຖືກ​ປະສົບ​ເຄາະ​ຮ້າຍ, ຄວາມ​ສ່ຽງ​ໃນການ​ເດີນ​ທະ​ເລ. ທ່ານ ​ເຈີ່ນ​ວັນຫຼີ້ງ, ປະທານ​ສະມາຄົມ​ອາຊີບ​ຫາ​ປາ ນະຄອນ​ດ່ານັ້ງ, ​ໃຫ້​ຮູ້​ວ່າ:

        “​ເຖິງ​ວ່າການ​ກະທຳ​ຂອງ ຈີນ ນັບ​ມື້​ນັບ​ຮ້າຍ​ແຮງ​ກໍ່ຕາມ, ​ແຕ່​ຊາວ​ປະມົງ​ພວກ​ຂ້າພະ​ເຈົ້າ​ບໍ່​ທໍ້ຖອຍ​ໃຈ. ​​ໂດຍໄດ້​ຮັບກຳລັງ​ໜູນ​ຈາກພໍ່​ແມ່​ປະຊາຊົນ, ​ໄດ້​ຮັບ​ການ​ປົກ​ປ້ອງ​ຂອງ​ກຳລັງ​ຕ່າງໆ, ຊາວ​ປະມົງ​ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​​ເດີນ​ທະ​ເລໄປ​ຫາ​ປາ, ທັງ​ທຳ​ມາ​ຫາ​ກິນ, ທັງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງປະ​ເທດ​ຊາດ ”



ຂ່າວ/ບົດ​ອື່ນ