ສະມາຄົມອາຊີບຫາປາອານຫາຍເລີ່ມເຄື່ອນໄຫວຂຸດຄົ້ນສິນທະເລໃນໄລຍະຕົ້ນປີ

ສະມາຄົມອາຊີບຫາປາອານຫາຍເລີ່ມເຄື່ອນໄຫວຂຸດຄົ້ນສິນທະເລໃນໄລຍະຕົ້ນປີ - ảnh 1
ພາບປະກອບ

(vovworld) – ວັນ​ທີ 7/2, ຢູ່​ບ້ານ ດົງ, ຕາ​ແສງ ອານ​ຫາຍ, ​ເມື​ອງ​ເກາະ ຫຼີ​ເຊີນ, ​ແຂ​ວງ ກວາງ​ຫງາຍ, ສະມາຄົມ​ອາຊີ​ບຫາ​ປາ​ຕາ​ແສງ ອານ​ຫາຍ - ​ເຊິ່ງ​ແມ່ນ​ສະມາຄົມ​ອາຊີບ​ຫາ​ປາ​ທຳ​ອິດ​ຂ​ອງທົ່ວ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່​ມ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ທະ​ເລ​ໃນ​ໄລຍະ​ຕົ້ນ​ປີ. ທ່ານ ຫງວຽນ​ກວກ​ຈີ໋​ງ, ປະທານ​ສະມາຄົມ​ອາຊີບ ຫາ​ປາ ອານ​ຫາຍ, ​ໃຫ້​ຮູ້​ວ່າ:

    “​ໃນ​ປີ 2014, ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່​ມ​ເຄື່ອນ​ໄຫວຂຸດ​ຄົ້ນ​ສິນ​ທະ​ເລ, ຂົນຂວາຍ​ພໍ່​ແມ່​ປະຊາຊົນ​ຕັດສິນ​ໃຈ​ຕິດ​ພັນ​ກັບ​ທະ​ເລ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ພ້ອມ​ທັງ​ຂຸດ​ຄົ້ນ​ສິນ​ທະ​ເລ​ໃຫ້​ບັນລຸ​ໄດ້ຄາດໝາຍ 16.000 ​ໂຕນ ​ແລະ ຈະ​ເພີ່ມ​ປະລິມານ​ກ່ວາ​ອີກ. ຄຽງ​ຄູ່​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ໂຄສະນາ​ເຜິ​ຍ​ແຜ່​ກ່ຽວກັບ​ບັນຫາ​ສະຕິ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ຕັດສິນ​ໃຈ​ຕິດ​ພັນ​ກັບ​ທະ​ເລ.”

    ປີ 2013, ປະລິມານ​ຂຸດ​ຄົ້ນ​ສິນ​ທະ​ເລ​ຂອງ​ສະມາຄົມ​ບັນລຸ​ເກືອບ 16.000 ​ໂຕນ, ສ້າງ​ລາຍ​ຮັບ​ໃຫ້​ຜູ້​ອອກ​ແຮງ​ງານ​ຜູ້​ລະ 5 ລ້ານ​ດົ່ງ/​ເດືອນ.

ຂ່າວ/ບົດ​ອື່ນ