ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ພ້ອມກັບສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນຄວາມວິຕົກກັງວົນລວມກັບບັນດາປະເທດ ກ່ຽວກັບຜົນກະທົບຂອງບັນຫາການປ່ຽນແປງຂອງດິນຟ້າອາກາດ
ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ພ້ອມກັບສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1 (ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ IPU ຄັ້ງທີ 8)

ໃນລະຫວ່າງວັນທີ 15 – 16 ມິຖຸນາ, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ດິງທິເຟືອງລານ, ຮອງປະທານສະພາຊົນເຜົ່າ, ຮອງປະທານກຸ່ມສະມາຊິກລັດຖະສະພາໜຸ່ມຊຸດທີ XV ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ IPU ຄັ້ງທີ 8, ໂດຍສະພາແຫ່ງຊາດ ເກຼັກ ແລະ ສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ (IPU) ສົມທົບກັນຈັດຂຶ້ນຢູ່ນະຄອນ Sharm el Sheihk, ອີຢິບ. ເຂົ້າຮ່ວມກອງປະຊຸມ ມີຜູ້ແທນປະມານ 200 ທ່ານທີ່ມາຈາກກວ່າ 60 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ. ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນຄວາມວິຕົກກັງວົນລວມກັບບັນດາປະເທດ ກ່ຽວກັບຜົນກະທົບຂອງບັນຫາການປ່ຽນແປງຂອງດິນຟ້າອາກາດ; ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມຂອງສະພາແຫ່ງຊາດ ຫວຽດນາມ ໃນນັ້ນມີສະມາຊິກລັດຖະສະພາໜຸ່ມ ໃນການຮັບມືກັບບັນຫາດັ່ງກ່າວ ນັບແຕ່ເລື່ອງປະກາດໃຊ້ກົດໝາຍເພື່ອສ້າງກອບນິຕິກຳ. ສະພາແຫ່ງຊາດ ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວເຂົ້າລະບົບກົດໝາຍ ເພື່ອໃຫ້ປະຊາຊົນໝົດທຸກ ຄົນພ້ອມກັນປະຕິບັດ. ຢືນຢັນແຜນນະໂຍບາຍຂອງ ຫວຽດນາມ ນັ້ນແມ່ນທັງພັດທະນາເສດຖະກິດເພື່ອບືນຕົວຂຶ້ນ, ເພື່ອຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ເປັນຢ່າງດີກວ່າ, ພ້ອມທັງປະກອບສ່ວນໜ້າທີ່ຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ