ສະມາຊິກສະພາສູງອາເມລິກາ Bob Corker: ສັນຍາ TPP ມີຄວາມໝາຍ ຍຸດທະສາດ

ສະມາຊິກສະພາສູງອາເມລິກາ Bob Corker: ສັນຍາ TPP ມີຄວາມໝາຍ ຍຸດທະສາດ - ảnh 1
ສະມາຊິກ​ສະພາ​ສູງ​ອາ​ເມ​ລິກາ Bob Corker:
ສັນຍາ TPP ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ
(ພາບ: dangcongsan.vn)

(vovworld) –  ຕອນບ່າຍວັນ​ທີ 05/08, ຢູ່ຮ່າ​ໂນ້ຍ, ທ່ານສະມາຊິກ​ສະພາ​ສູງ​ອາ​ເມ​ລິກາ Bob Corker, ສະມາຊິກ​ຂັ້ນ​ສູງ, ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ມີ​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ພົບ​ປະ, ທ່ານສະມາຊິກ​ສະພາ​ສູງ​ອາ​ເມ​ລິກາ Bob Corker ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ໝາກຜົນ​ແຫ່ງການ​ພົບ​ປະ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ​​ເຊິ່ງ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ບາງ​ປະ​ເທດ​ອາຊີ​ຂອງ​ທ່ານ. ທ່ານສະມາຊິກ​ສະພາ​ສູງ​ແບ່ງປັນ​ວ່າ, ຮອດ​ປີ 2015 ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈະ​ຈັດ​ການສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ຫັນ​ການ​ພົວພັນ​ເປັນ​ປົກກະຕິ. ປະຈຸ​ບັນ ມີ​ບາງ​ບັນຫາ​ເຊິ່ງ 2 ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ 2 ຝ່າຍ​ພວມ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ຕາມ​ລັກສະນະ​ສ້າງສັນ. ພິ​ເສດ​ແມ່ນ​​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາຊີ​ຟິກ (TPP). ນີ້​ບໍ່​ພຽງ​ແຕ່​ແມ່ນ​ສັນຍາ​ທີ່​ດີ​ສຳລັບ​ດ້ານ​ເສດ​ຖະກິດ​ລະຫວ່າງ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ສຳລັບ​​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​ດ້ານ​ຍຸດ​ທະ​ສາດ​ອີກ​ດ້ວຍ. ທ່ານສະມາຊິກ​ສະພາ​ສູງ​ Bob Corker ​ໃຫ້​ຮູ້​ວ່າ ກ່ຽວ​ກັບ​ຝ່າຍ​ອາ​ເມ​ລິ​ກາ, ​ໃນ​ເດືອນ 11 ຈະ​ມາ​ເຖິງ ຈະ​ຈັດການ​ເລື​ອກ​ຕັ້ງ​ສະພາ​ສູງ. ສະ​ນັ້ນ, ​ເພື່ອ​ສຳ​ເລັດ TPP ​ໂດຍ​ໄວ, ພາຍຫຼັງ​ການ​ເລືອກ​ຕັ້ງອາ​ເມ​ລິ​ກາ ຈະ​ສຸມ​ໃສ່​ເພື່ອມີຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວກັບ​ສັນຍາ​ດັ່ງກ່າວ  ​ແລະ ສຳ​ເລັດ​ໃນ​ຮອບ​ເວລາ​ແຕ່ 12 – 18 ​ເດືອນ​ອີກ. ທ່ານສະມາຊິກ​ສະພາ​ສູງ​ Bob Corker ​ ກໍ່​ໃຫ້​ຮູ້​ວ່າ ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ສັນຍາ​ສະໜອງ​ນິວ​ເຄຼຍພົນລະ​ເມືອງ (ສັນຍາ 123) ​ແລະ ຈະ​ມີ​ຜົນ​ສັກສິດ​ໃນ 2 – 3 ມື​ຈະ​ມາ​ເຖິງ. ສັນຍາກໍ່​ຈະ​ປະກອບສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ