ສະມາຊິກສະພາແຫ່ງຊາດປະກາດບັນດາບັນຫາສຳຄັນຂອງປະເທດເຖິງຜູ້ມີສິດເລືອກຕັ້ງ

ສະມາຊິກສະພາແຫ່ງຊາດປະກາດບັນດາບັນຫາສຳຄັນຂອງປະເທດເຖິງຜູ້ມີສິດເລືອກຕັ້ງ - ảnh 1
ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ບີ່ງເຟືອກ
(ພາບປະກອບ)

(vovworld) – ​​ ຕອນ​ເຊົ້າວັນ​ທີ 1/7, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ດັກ​ນົງ​ໄດ້​ດຳ​ເນີນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄັ້ງ​ທຳ​ອິດ​ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທ່ືອ​ທີ 7, ສະ​ແຫ່ງ​ຊາດ​ຊຸດ​ທີ 13 ຢູ່​ຕາ​ແສງ ​ເອອາ​​ໂປ, ​ເມືອງ ຈືຢຸດ, ​​ແຂວງ​ດັກ​ນົງ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອ​ກຕັ້ງຢູ່​ທີ່​ນີ້ ​ໄດ້​ຮັບ​ຟັງ​ບັນດາ ສສຊ ປະກາດໝາກຜົນ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທ່ືອ​ທີ 7, ສະ​ແຫ່ງ​ຊາດ​ຊຸດ​ທີ 13. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ບັນຫາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ ຂອງ​ປະ​ເທດຊາດ, ຄັດຄ​້ານການ​ກະທຳ​ຂອງ ຈີນ ທີ່ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີ​ດຂອງ ຫວຽດນາມ. ທ່ານ ວີ​ວັນ​ຈຶກ​, ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ບ້ານ​ ນາ​ມຕ໋ຽນ, ຕາ​ແສງ ​ເອອາ​​ໂປ, ​ເມືອງ ຈືຢຸດ, ​​ແຂວງ​ດັກ​ນົງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​​ໄດ້​ຮັບ​ຟັງ​ບັນດາ ສສຊ ປະກາດ​ໝາກຜົນ​ພາຍຫຼັງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທ່ືອ​ທີ 7, ຂ້າພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ທັດສະນະ​ຂອງພັກ, ລັດ ຫວຽດນາມ ​ໃນ​ບັນດາ​ບັນຫາ​ຊີ້ນ​ຳ, ນຳພາ​ດ້ານ​ການ​ເມືອງ, ວັດທະນະທຳ, ສັງຄົມ, ການ​ທູດ​ກັບ​ບັນດາ​ປະ​ເທດ​ໃນ​​ໂລກ.​.​.​ ສະ​ເພາະ​ບັນຫາ​ທະ​ເລ​ຕາ​ເວັນອອກ, ຂ້າພະ​ເຈົ້າ​​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ກັບ​ແນວທາງ, ທັດສະນະ​ຂອງ​ພັກ ​ແລະ ລັດ, ເດັດດ່ຽວ​ຕໍ່ສູ້​ກັບ​ການລະ​ເມີ​ດ​ທຸກ​ຢ່າງເຖິງ​ຜືນ​ແຜ່ນດິນ​ຂອງ ຫວຽດນາມ.”

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ ສສຊ ນະ​ຄອນ ​ເກີນ​ເທີ ​ກໍ່ໄດ້​ດຳ​ເນີນ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ກ໋າຍຣັງ ​ແລະ ​ເມືອງ ບິ່ງ​ຖູ​ຍ. ນະ​ທີ່​ນີ້, ມີ​ຫຼາຍ​ຄຳ​ເຫັນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ທີ່ກ່ຽວຂ້ອງ​ເຖິງ​ເສດຖະກິດ, ສັງຄົມ, ງົບປະມານ​ແຫ່ງລັດ, ສະພາບ​ການ​ຮ້ອງ​ຟ້ອງ, ຮ້ອງ​ທຸກ​ກໍ່​ຄື​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ພ້ອມ​ກັນ​ນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ່​ສະ​ເໜີ​ຕໍ່ ຄະນະ ສສຊ ບັນດາ​ບັນຫາ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​, ນະ​ໂຍບາຍ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ປະກັນ​ສຸຂະພາບ ​ແລະ ຄວາມ​ປອດ​ໄພ​ທາງ​ຄົມມະ​ນາ​ຄົມ.


ຂ່າວ/ບົດ​ອື່ນ